ຮອງປະທານສະພາແຫ່ງຊາດ ອວງຈູລິວ ໄປມອບ ຂອງຂວັນຢູ່ແຂວງກວາງບີງ
ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ
ມອບຂອງຂວັນໃຫ້ພວກເດັກພິການ
|
Vovworld- ວັນທີ 25/1, ເມື່ອລົງຢ້ຽມຢາມ ແລະ ມອບຂອງຂວັນຢູ່ສູນສຶກສາເດັກພິການ ແລະ ຄອບຄົວທີ່ມີຜູ້ປະສົບເຄາະຮ້າຍຍ້ອນເຮືອຫຼົ້ມຢູ່ 3 ຕາແສງ ກວາງໂລກ, ກວາງມິງ, ກວາງຫາຍ ທີ່ເມືອງກວາງແຈກ ແຂວງກວາງບີງ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ໄດ້ສະເໜີສູນສຶກສາເດັກພິການ ແລະ ຄອບຄົວທີ່ມີຜູ້ປະສົບເຄາະຮ້າຍຍ້ອນເຮືອຫຼົ້ມ ຍາມໃດກໍ ມານະພະຍາຍາມແກ້ໄຂຄວາມ ຫຍຸ້ງຍາກເພື່ອເບິ່ງແຍງດູແລ, ລ້ຽງດູ, ສິດສອນ ໃຫ້ແກ່ນັກຮຽນຄົນພິການ ແລະ ເດັກກຳພ້າເກືອບ 100 ຄົນເພື່ອຊ່ວຍສ້າງອະນາຄົດທີ່ດີງາມກ່ວາໃຫ້ແກ່ພວກນ້ອງ. ເມື່ອລົງຢ້ຽມຢາມ, ລະດົມໃຈ ແລະ ມອບຂອງຂວັນໃຫ້ແກ່ 22 ຄອບຄົວທີ່ມີຜູ້ປະສົບເຄາະຮ້າຍຍ້ອນເຮືອຫຼົ້ມຢູ່ 3 ຕາແສງ ກວາງໂລກ, ກວາງມິງ, ກວາງຫາຍເມືອ່ທ້າຍປີ 2012, ທ່ານຮອງປະທານ ສະພາແຫ່ງຊາດຫວຽດນາມ ອວງຈູລິວ ໄດ້ຢືນຢັນວ່າ ອຳນາດການປົກຄອງ ແລະ ບັນດາອົງການຈັດຕັ້ງມະຫາຊົນ ຄວນຮ່ວມແຮງຮ່ວມໃຈຊ່ວຍເຫຼືອ ເພື່ອບັນເທົາຄວາມສູນເສຍ, ຄວາມເຈັບປວດໃຫ້ແກ່ບັນດາຄອບຄົວຊາວປະມົງທີ່ມີຜູ້ປະສົບເຄາະຮ້າຍ.