ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງພົບປະກັບເພື່ອນມິດອາເມລິກາແລະປະຊາຄົມຊາວຫວຽດນາມຢູ່ນິວຢອກ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງພົບປະກັບເພື່ອນມິດອາເມລິກາແລະປະຊາຄົມຊາວຫວຽດນາມຢູ່ນິວຢອກ - ảnh 1
ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງ ທີ່​ການ​ພົບປະ

(vovworld) - ​​​ຄະ​ນະ​ປະ​ຕິ​ບັດ​ງານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໂດຍ​ທ່ານ​ນາງຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ, ນຳ​ໜ້າ​ພວມ​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ນິວ​ຢອກ, ອາ​ເມ​ລິ​ກາ, ແຕ່​ວັນ​ທີ 11 – 12/2, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ Saber Chaudhury, ປະ​ທານ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ໂລກ (IPU), ເພື່ອ​ເຂົ້າ​ຮ່ວມ​ວາ​ລະ​ອະ​ພິ​ປາຍ​ປະ​ຈຳ​ປີ​ລະ​ຫວ່າງ IPU ແລະ ສະ​ຫະ​ປະ​ຊາ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ໄດ້​ແຈ້ງ​​ໃຫ້​ບັນ​ດາ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທ​ູດ  ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ​ຮັບ​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ເມືອງ - ເສດ​ຖະ​ກິດ, ສັງ​ຄົມໃນ​ປະ​ຈຸ​ບັນ​ຂອງ​ປະ​ເທດ​ຊາດ, ທິດ​ທາງ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ປີ 2017 ແລະ ຊຸມ​ປີ​ຕໍ່​ໄປ. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ໃຫ້​ຮູ້​ວ່າ: ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ພາບ, ມີ​ໄຫວ​ພິບ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ແລະ ບັນ​ລຸ​ການ​ເຕີບ​ໂຕ​ເສ​ດ​ຖະ​ກິດ​ປີ 2016 ບັນລຸ 6,21%, ຄາດ​ຄະ​ເນ​ບັນ​ລຸ 6,7% ໃນ​ປ​ີ 2017, ແລະ ອາດ​ຈະ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ສະ​ຖຽນ​ລະ​ພາບ 6,5 – 7% ໃນ​ຊຸມ​ປີ​ຕໍ່​ໄປ.

        ກ່ອນ​ທີ່​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ IPU, ວັນ​ທີ 12/2, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ສະ​ພາ​ແຫ່ງ​ຊາດ ໄດ້​ມີ​ການ​ພົບ​ປະ, ຮັບ​ຟັງ​ຄຳ​ເຫັນ​ຂອງ​ບັນ​ດາ​ຜູ້​ຕາງ​ໜ້າ​ຊາວ ຫວຽດ​ນາມ ພວມ​ອາ​ໄສ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ ນິວຢອກ ແລະ ບັນ​ດາ​ເພື່ອນ​ມິດ ອາ​ເມ​ລິ​ກາ.


ຂ່າວ/ບົດ​ອື່ນ