ຮອງປະທານສະພາແຫ່ງຊາດຕ່ອງທິຟ້ອງຢ້ຽມຢາມຄອບຄົວເປົ້າໝາຍນະໂຍບາຍຢູ່ເມືອງບາວີ່ , ຮ່າໂນ້ຍ
ຮອງປະທານສະພາແຫ່ງຊາດຕ່ອງທິຟ້ອງຢ້ຽມຢາມຄອບຄົວ
ເປົ້າໝາຍນະໂຍບາຍ
|
(vovworld)- ຕອນບ່າຍວັນທີ 26/7, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ້ອງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ ຢູ່ຕາແສງ ບາວີ່ ເມືອງ ບາວີ່ , ຮ່າໂນ້ຍ. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ້ອງ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີນັກຮົບເສຍສະຫຼະຊີວິດ ເພື່ອຊາດ ທີ່ມີການປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ້ອງ ຢືນຢັນວ່າ : ພັກ , ລັດ ແລະ ປະຊາຊົນຫວຽດນາມຍາມໃດກໍເອົາໃຈໃສ່, ເບິ່ງແຍງຊີວິດການເປັນຢູ່ຂອງ ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີນັກຮົບເສຍສະຫຼະຊີວິດ ເພື່ອຊາດ. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ້ອງ ຫວັງວ່າ ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີນັກຮົບເສຍສະຫຼະຊີວິດ ເພື່ອຊາດສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຕັ້ງໜ້າອອກແຮງງານ, ມີການປະກອບສ່ວນເຂົ້າໃນພາລະກິດສ້າງສາ, ພັດທະນາປະເທດຊາດ. ພ້ອມທັງສະເໜີໃຫ້ທ້ອງຖິ່ນໃຫ້ການຊ່ວຍເຫຼືອ, ລະດົມກຳລັງໃຈ ຊ່ວຍບັນດາຄອບຄົວເປົ້າໝາຍນະໂຍບາຍປະສົບກັບຄວາມຫຍຸ້ງຍາກ, ບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ .