ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມຝຣັ່ງ
(vovworld) – ວັນທີ 8/10, ຄະນະປະຕິບັດງານຂອງສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ນຳໜ້າ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຝຣັ່ງ ໄດ້ພົບປະກັບການນຳສະພາແຫ່ງຊາດ ຝຣັ່ງຫຼາຍທ່ານ. ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝຣັ່ງ ເວົ້າລວມ, ການຮ່ວມມືລະຫວ່າງສະພາແຫ່ງຊາດ ເວົ້າສະເພາະ, ພິເສດແມ່ນໃນຂົງເຂດກົດໝາຍ ແມ່ນບັນດາເນື້ອໃນສຳຄັນຂອງການປະຕິບັດງານ. ໃນການພົບປະ ແລະ ເຮັດວຽກກັບຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ຝຣັ່ງ Laurece Dumont, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ແນະນຳກ່ຽວກັບປະຫວັດແຫ່ງພັດທະນາຂອງສະພາແຫ່ງຊາດ ຫວຽດນາມ ແລະ ການພົວພັນຮ່ວມມືກັບ ຝຣັ່ງ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຕີລາຄາສູງ ນ້ຳໃຈ ເຊິ່ງບັນດາ ສສຊ ໃນກຸ່ມ ສສຊ ມິດຕະພາບ ສະຫງວນໃຫ້ແກ່ ຫວຽດນາມ. ຄະນະຍັງໄດ້ພົບປະ ແລະ ເຮັດວຽກກັບທ່ານເລຂາທິການໃຫຍ່ ລັດຖະສະພາລະຫວ່າງຊາດ ໃຊ້ພາສາ ຝຣັ່ງ Pascal Terrasse. ວັນທີ 9/10, ຄະນະໄດ້ຖະຫວາຍທູບທຽນ, ວາງພວມມາລາຢູ່ອະນຸສາວະລີ ປະທານ ໂຮ່ຈີມິນ ຢູ່ ຝຣັ່ງ, ມີການເຮັດວຽກສຳຄັນກັບການນຳສະພາສູງ ຝຣັ່ງ.