ຮອງປະທານສະພາແຫ່ງຊາດຕ້ອນຮັບຄະນະຜູ້ແທນກຳມາທິການຮັບຜິດຊອບບໍລິຫານລັດສະພາແຫ່ງຊາດບັງກະລາເທດ
ທ່ານຮອງປະທານສະພາແຫ່ງຊາດ ອວງຈຸລິວ
ຕ້ອນຮັບທ່ານຫົວໜ້າກຳມາທິການ Ashequr Rahman
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 18/09, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ອວງຈຸລິວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກຳມາທິການຮັບຜິດຊອບບໍລິຫານລັດສະພາແຫ່ງຊາດບັງກະລາເທດ, ໂດຍທ່ານຫົວໜ້າກຳມາທິການ Ashequr Rahman ເປັນຫົວໜ້າຄະນະພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ອວງຈຸລິວ ຢືນຢັນວ່າ, ຍາມໃດຫວຽດນາມ ກໍຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີບັງກະລາເທດ; ພ້ອມທັງຊົມເຊີຍ ບັງກະລາເທດ ທີ່ໄດ້ຊຸກຍູ້ການຮ່ວມມືຫຼາຍຝ່າຍ ແລະ ມີປະສິດທິຜົນກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ປະຊາຄົມອາຊຽນ. ກ່ຽວກັບການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ, ທ່ານຮອງປະທານສະພາແຫ່ງຊາດ ອວງຈຸລິວ ສະເໜີໃຫ້ 2 ຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນ, ຈາກຂັ້ນສູງຕະຫຼອດຮອດການຮ່ວມມືລະຫວ່າງບັນດາກຳມາທິການວິຊາສິເພາະ, ພ້ອມທັງເພີ່ມທະວີການສົມທົບກັນຢູ່ເວທີປາໄສລັດຖະສະພາສາກົນ, ໂດຍສະເພາະແມ່ນສະຫະພັນລັດຖະສະພາສາກົນ (IPU).
ສ່ວນທ່ານ Ashequr Rahman ປາດຖະໜາວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ແບ່ງປັນບົດຮຽນໃນການເຄື່ອນໄຫວຂອງລັດຖະສະພາ, ເພີ່ມທະວີການຮ່ວມມືໃນທຸກຂົງເຂດເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.