ຮອງປະທານສະພາແຫ່ງຊາດຕ້ອນຮັບຄະນະສະມາຊິກລັດຖະສະພາບັນດາປະເທດEFTA
ຮອງປະທານສະພາແຫ່ງຊາດ ຟຸງກວກຫຽນ ຕ້ອນຮັບ
ຄະນະສະມາຊິກລັດຖະສະພາບັນດາປະເທດEFTA
(vovworld) - ຕອນບ່າຍວັນທີ 05/10, ຢູ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟູງກວກຫຽນ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກລັດຖະສະພາບັນດາປະເທດສະມາຊິກສະຫະສະມາຄົມການຄ້າເສລີເອີລົບ (EFTA) ໂດຍທ່ານ Svein Roald Hansler, ຮອງປະທານສະພາແຫ່ງຊາດ ນອກແວ ເປັນຫົວໜ້າຄະນະ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຟູງກວກຫຽນ ປາດຖະໜາວ່າ: ໃນໄລຍະຈະມາເຖິງ 2 ຝ່າຍຄວນສົ່ງເສີມບັນດາວິສາຫະກິດ EFTA ເພີ່ມທະວີການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ໃນບັນດາຂົງເຂດ EFTA ມີທ່າແຮງ ແລະ ຫວຽດນາມ ພວມມີຄວາມຕ້ອງການ. ທ່ານຮອງປະທານສະພາແຫ່ງຊາດ ກໍ່ເນັ້ນໜັກເຖິງເລື່ອງ ສຳເລັດການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ - EFTA ໂດຍໄວ ເຊິ່ງທີ່ມີຄວາມໝາຍສຳຄັນ ໃນການຊຸກຍູ້ການພົວພັນຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ກັບກຸ່ມ EFTA ເວົ້າລວມ ແລະ ແຕ່ລະປະເທດສະມາຊິກ EFTA ເວົ້າສະເພາະ. ເພາະສະນັ້ນ, ສະເໜີບັນດາປະເທດ EFTA ສືບຕໍ່ມານະພະຍາຍາມຊຸກຍູ້ການເຈລະຈາ ບົນຈິດໃຈເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ກໍ່ຄືບັນດາຫຼັກການ, ການກຳນົດທິດໃຫຍ່ ເຊິ່ງບັນລຸໄດ້ກ່ອນທີ່ເລີ່ມຕົ້ນການເຈລະຈາພິເສດ; ພ້ອມທັງ ເອົາໃຈໃສ່ເຖິງຜົນປະໂຫຍດແກ່ນສານຂອງບັນດາຝ່າຍຢ່າງສົມເຫດສົມຜົນ.
ສະມາຊິກລັດຖະສະພາບັນດາປະເທດ EFTA ຢືນຢັນວ່າ: ເລື່ອງສິ້ນສຸດການເຈລະຈາສັນຍາການຄ້າເສລີລະຫວ່າງ EFTA - ຫວຽດນາມ ໂດຍໄວນັ້ນາ ຈະສ້າງພື້ນຖານຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າລະຫວ່າງບັນດາຝ່າຍ. ບັນດາສະມາຊິກລັດຖະສະພາປາດຖະໜາວ່າ EFTA - ຫວຽດນາມ ຈະມີການພົວພັນຄູ່ຮ່ວມມືຮອບດ້ານ ແລະ ເລິກເຊິ່ງກ່ວາອີກ, ຜ່ານນັ້ນ ຊຸກຍູ້ການພັດທະນາບັນດາຂົງເຂດຄື: ສິນຄ້າ, ການບໍລິການ, ການລົງທຶນ…ລະຫວ່າງບັນດາຝ່າຍ.