ຮອງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບເລຂາທິການໃຫຍ່ພັກເສລີປະຊາທິປະໄຕເຢຍລະມັນ

ຮອງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບເລຂາທິການໃຫຍ່ພັກເສລີປະຊາທິປະໄຕເຢຍລະມັນ - ảnh 1
ທ່ານ​ນາງ ຕ່ອງ​ທິຟ໋ອງ​ ຕ້ອນຮັບ​ ທ່ານ​ນາງ Nicola Beer
(ພາບ: DinhNam)


(vovworld) – ​ ວັນ​ທີ 29/12, ທີ່​ການ​ຕ້ອນຮັບ​ທ່ານ​ນາງ Nicola Beer, ​ເລຂາທິການ​ໃຫຍ່​ພັກ​ເສລີ​ປະຊາທິປະ​ໄຕ ​ເຢຍລະ​ມັນ, ສະມາ​ຊິກ​ລັດຖະສະພາ​ລັດ Hessen, ສາທາລະນະ ສະຫະພັນ ​ເຢຍລະ​ມັນ. ທ່ານ​ນາງ ຕ່ອງ​ທິຟ໋ອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເນັ້ນ​ໜັກວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຕີ​ລາຄາ​ສູງ​ບົດບາດ​ຂອງ ​ເຢຍລະ​ມັນ​ໃນ​ສະຫະພາບ ​ເອີ​ລົບ ​ແລະ ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ ​ເຢຍລະ​ມັນ. ຕີ​ລາຄາ​ສູງ​ທີ່​ຕັ້ງ, ບົດບາດ​ຂອງ​ລັດ Hessen ​ໃນ​ການ​ພັດທະນາ​ສາຍ​ພົວພັນ 2 ຝ່າຍ ຫວຽດນາມ - ​ເຢຍລະ​ມັນ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ເຢຍລະ​ມັນ ​ເວົ້າ​ລວ​ມ ​ແລະ ລັດ Hessen ​ເວົ້າ​ສະ​ເພາະ​​ເຂົ້າມາ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ, ຍາວ​ນານ ​ແລະ ​ເປັນ​ປົກກະຕິຢູ່ ຫວຽດນາມ. ສ່ວນ​ທ່ານນາງ Nicola Beer ​ເລຂາ​ທິການ​ໃຫຍ່​ພັກ​ເສລີ​ປະຊາທິປະ​ໄຕ ​ເຢຍລະ​ມັນ ​ໃຫ້​ຮູ້​ວ່າ: ປະຈຸ​ບັນສາທາລະນະ​ລັດ ສະຫະພັນ ​ເຢຍລະ​ມັນ ​ເວົ້າ​ລວມ​ ​ແລະ ລັດ Hessen ​ເວົ້າ​ສະ​ເພາະ ​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ​ເຖິງ​ຂົງ​ເຂດກໍ່ສ້າງ​ອາຊີບ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການດ້ານ​ແຮງ​ງານ​ທີ່​ມີ​ຄຸນ​ນະພາ​ບສູງ​ຂອງ ຫວຽດນາມ ໃຫ້​ດີ​ກ່ວາ. ທ່ານ​ນາງ Nicola Beer ຢືນຢັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ສືບ​ຕໍ່​ສະໜັບສະໜູນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສະຫະພັນ ​ເຢຍລະ​ມັນ ​ໃຫ້ນັບ​ມື້​ນັບ​ພັດທະນາ.

 


ຂ່າວ/ບົດ​ອື່ນ