ຮອງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນສິ້ນສຸດການຢ້ຽມຢາມອາເມລິກາ

ຮອງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນສິ້ນສຸດການຢ້ຽມຢາມອາເມລິກາ - ảnh 1
(ທ່ານນາງຫງວຽນທິກິມເງິນ ແລະ ທ່ານ John McCain)

(vovworld) –  ​​ ​ ວັນ​ທີ 22/4, (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ. ທີ່​ນະຄອນຫຼວງ ວໍ​ຊິງ​ຕັນ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ​ໄດ້​ພົບ​ປະ​ກັບ​ບັນດາ​ການ​ນຳ​ສະພາ​ແຫ່ງ​ຊາດ, ອຳນາດ​ການ​ປົກຄອງ ​ແລະ ວິ​ສາ​ຫະກິດອາ​ເມ​ລິ​ກາ, ​ໃນ​ນັ້ນ​ມີ​ທ່ານ​ປະທານ​ກຳມາ​ທິການ​ກຳລັງ​ທະຫານ​ສະພາ​ສູງ, ສະມາຊິກ​ສະພາ​ສູງ John McCain; ສະມາຊິກ​ສະພາ​ສູງ Ron Wyden  ​ແລະ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Antony Blinken. 2 ຝ່າຍ​ໄດ້​ປຶກສາ​ຫາລື​ບັນດາ​ຂົງ​ເຂດ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື: ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊ​ີຟິກ (TPP), ສັນຕິພາບ, ສະຖຽນ​ລະ​ພາບ, ​ໃນ​ນັ້ນ​ມີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ,​ ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ. ບັນດາ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ລ້ວນ​ແຕ່​ຖື​ວ່າ: ວິວັດ​ທະນາການ​ປະຕິ​ຮູບຢູ່ ຫວຽດນາມ ​ໄດ້ ​ແລະ ພວມ​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແຂງ​ແຮງ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ຕີ​ລາຄາ​ສູງ​ການ​ສະໜັບສະໜູນ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ວິ​ສາ​ຫະກິດ ອາ​ເມ​ລິ​ກາ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ,​ ພ້ອມ​ທັງຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ທີ່​ສຸດ​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ-​ອາ​ເມ​ລິ​ກາ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ສະ​ເໜີ 2 ຝ່າຍ​ສືບ​ຕໍ່​​ຮ່ວມ​ມືຍູ້​​ໄວ​ວິວັດ​ທະນາການ​ເຈລະຈາ ​ເພື່ອ​ສຳ​ເລັດ​ການ​ເຈລະຈາ​ສັນຍາ TPP, ປະກອບສ່ວນ​ຊຸກຍູ້ທ່າ​ອ່ຽງຮ່ວມ​ສຳພັນ​ຢູ່ ອາຊີ-​ປາຊີ​ຟິກ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ກໍ່​ສະ​ເໜີ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດອາ​ເມ​ລິ​ກາ ກໍ່​ຄື​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດສົມທົບ​ກັນ​ຊຸກຍູ້ບັນດາ​ການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

    ​ເຍີ​ດກວິ່ນ, ນັກ​ຂ່າວVOV ປະຈຳ​ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ