ຮອງປະທານສະພາແຫ່ງຊາດອວງຈູລືວຕ້ອນຮັບຄະນະຜູ້ແທນອົງການໄຈ້ແຍກກົດໝາຍສະພາສູງອິນໂດເນເຊຍ
ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ
ອວງຈູລືວ ແລະ ທ່ານ TB. Soenmandjaja
(ພາບ: quochoi.vn)
(vovworld) – ວັນທີ 7/10, ທີ່ການຕ້ອນຮັບຄະນະຜູ້ແທນອົງການໄຈ້ແຍກກົດໝາຍສະພາສູງ ອິນໂດເນເຊຍ, ໂດຍທ່ານ TB. Soenmandjaja ຮອງຫົວໜ້າອົງການໄຈ້ແຍກກົດໝາຍສະພາສູງ ອິນໂດເນເຊຍ ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ຢືນຢັນວ່າ: ຫວຽດນາມ ແລະ ອິນໂດເນເຊຍ ພວມຕັ້ງໜ້າກະກຽມໃຫ້ການສ້າງຕັ້ງປະຊາຄົມ ອາຊຽນ ໃນທ້າຍປີ 2015. ທ່ານ ອວງຈູລືວ ສະເໜີ 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດບັນດາໂຄງການ, ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ, ປະຕິບັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ ເປັນຢ່າງດີ. ສ່ວນທ່ານຮອງຫົວໜ້າອົງການໄຈ້ແຍກກົດໝາຍສະພາສູງ ອິນໂດເນເຊຍ TB. Soenmandjaja ປາດຖະໜາຢາກໃຫ້ສະພາແຫ່ງຊາດ 2 ປະເທດຍູ້ແຮງບັນດາການເຄື່ອນໄຫວຮ່ວມມືກ່ວາອີກ, ກໍຄືການຕິດຕາມກວດກາເພື່ອໃຫ້ການຜັນຂະຫຍາຍ, ການປະຕິບັດບັນດາສັນຍາ, ຂໍ້ຕົກລົງໄດ້ປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນ 2 ປະເທດຢ່າງແທດຈິງ. 2 ຝ່າຍຕັ້ງໜ້າສົມທົບກັນພົບປະແລກປ່ຽນຄະນະ, ເພີ່ມທະວີການແບ່ງປັນບົດຮຽນລະຫວ່າງບັນດາອົງການວິຊາສະເພາະຂອງສະພາແຫ່ງຊາດ ແລະ ການປະຕິບັດລັດຖະທຳມະນູນ ເພື່ອແນໃສ່ຮ່ວມມື, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ແລກປ່ຽນບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຢູ່ພາກພື້ນ ແລະ ໃນທົ່ວໂລກ.