ຮອງປະທານສະພາແຫ່ງຊາດອວງຈູລືວຢ້ຽມຢາມນອກແວ


ຮອງປະທານສະພາແຫ່ງຊາດອວງຈູລືວຢ້ຽມຢາມນອກແວ - ảnh 1
ຮອງ​ປະທານ​ສະພາ​ແຫ່ງ​ຊາດອວງຈູ​ລື​ວຢ້ຽມຢາມ​ນອກ​ແວ
(ພາບ: Thanh Hải/Vietnam+)

(vovworld) – ​ແຕ່​ວັນ​ທີ 5 – 6/12/2013, ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ອວງຈູ​ລື​ວ ນຳ​ໜ້າ​ໄດ້​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ​ນອກ​ແວ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ 2 ສະພາ​ແຫ່ງ​ຊາດ, ທາ​ບທາມ​​ບົດຮຽນ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ລັດ, ປະຕິບັດ​ພາລະ​ໜ້າ​ທີ​ນິຕິ​ບັນຍັດ ​ແລະ ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ນອກ​ແວ, ປະກອບສ່ວນ​ປັບປຸງ​ການ​ພົວພັນ​ມິດຕະພາບ​, ການ​ຮ່ວມ​ມື​ຮອບດ້ານລະຫວ່າງ 2 ປະ​ເທດ, ​ໃນ​ການ​ຢູ່ຢ້ຽມຢາມ ນອກ​ແວ, ຄະນະ​ໄດ້​ມີ​ການ​ພົບ​ປະ​ກັບ​ຮອງ​ປະທານ​ຜູ້​ທີ​ໜຶ່ງ ສະພາ​ແຫ່ງ​ຊາດ ນອກ​ແວ, ​ເຮັດ​ວຽກ​ກັບ​ປະທານ​ສານ​ສູງ​ສຸດ, ການ​ນຳ​ໄອ​ຍະ​ການ​ສູງ​ສຸດ.​.​.

    ຝ່າຍ ນອກ​ແວ ​ໄດ້​ແນະນຳ​ກ່ຽວ​ກັບ​ການຈັດ​ຕັ້ງ, ພາລະ​ໜາ​ທີ່ ​ແລະ ບົດຮຽນ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ສານ, ​ໄອ​ຍະ​ການ, ບັນດາ​ອົງການ​ຕຸລການ.​​..​ ຝ່າຍ ນອກ​ແວ ສະ​ແດງ​ຄວາມ​ເອົ​າ​​ໃຈ​ໃສ່​ພັດທະນາ​ການ​ລົງທຶນ​, ການ​ຄ້າ​ຂອງ ຫວຽດນາມ ກັບ​ບັນດາ​ປະ​ເທດ ​ເອີ​ລົບ, ໜູນ​ຊ່ວຍ ​ແລະ ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ ​ແລະ ພາຍ​ໃຕ້​ຮູບ​ແບບ​ຕ່າງໆ​​ໃນ​ຂົງ​ເຂດ: ການ​ເມືອງ​, ​ເສດຖະກິດ, ການ​ຄ້າ, ຮ່ວມ​ມື​ພັດທະນາ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລ​ະ ນ້ຳ​ທະ​ເລ​ຂຶ້ນ​ສູງ, ຊ່ວຍ ຫວຽດນາມ ປະຕິບັດ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ໄລຍະ​ຈະ​ມາ​ເຖິງ​​ແມ່ນ ພັດທະນາ​ແບບ​ຍືນ​ຍົງ, ພັດທະນາ​ເສດຖະກິດ ​ໄປ​ຄຽງ​ຄູ່​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວ​ດລ້ອມ.

    ​ເນື່ອງ​​ໃນ​ໂອກາດ​ນີ້, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ​ໄດ້​ປະກາດ​ກ່ຽວ​ກັບ​ເລື່ອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ສຳພັນ​ທະ​ມິດລັດຖະສະພາ​ໂລກ IPU  - 132.

 



ຂ່າວ/ບົດ​ອື່ນ