ຮອງປະທານສະພາແຫ່ງຊາດຮວີນງອກເຊີນພົບປະກັບຜູ້ມີສິດເລືອກຕັ້ງນະຄອນດ່າໜັງ
(ທ່ານ ຮວີນງອກເຊີນ ແລະ ຄະນະຜູ້ແທນສະມາຊິກສະພາແຫ່ງ
ຊາດນະຄອນ ດ່າໜັງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ດ່າໜັງ)
(vovworld) – ເພື່ອເປັນການກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ຕອນເຊົ້າວັນທີ 01/10, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຮວີນງອກເຊີນ ແລະ ຄະນະຜູ້ແທນສະມາຊິກສະພາແຫ່ງຊາດນະຄອນ ດ່າໜັງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ດ່າໜັງ. ຜູ້ມີສິດເລືອງຕັ້ງນະຄອນ ດ່າໜັງ ຖືວ່າ: ໃນໄລຍະຈະມາເຖິງນີ້ ສະພາແຫ່ງຊາດຈະຮັບຮອງເອົາຮ່າງກົດໝາຍສຳຄັນຫລາຍສະບັບ. ເພາະສະນັ້ນ, ສະພາແຫ່ງຊາດຈະເສີມຂະຫຍາຍບົດບາດຂອງຕົນກ່ວາອີກ ໃນການກວດກາບັນດາຮ່າງກົດໝາຍ, ສະແດງໃຫ້ເຫັນຄວາມຮັບຜິດຊອບໃນສິດຕິດຕາມກວດກາສູງສຸດສຳລັບການປະຕິບັດກົດໝາຍຂອງບັນດາອົງການແຫ່ງລັດ. ສະມາຊິກສະພາແຫ່ງຊາດ ຈະຍື່ນສະເໜີບັນດາຄວາມເຫັນຂອງຜູ້ມີສິດເລືອກຕັ້ງຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 10 ຈະມາເຖິງ.