ທ່ານຮອງປະທານສະພາແຫ່ງຊາດ ໂດ໋ບ໋າຕິ
(ພາບປະກອບ)
(vovworld) – ຕອນບ່າຍວັນທີ 3/6, ທີ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ໂດ໋ບ໋າຕິ ໄດ້ພົບປະກັບຄະນະຜູ້ແທນຕາງໜ້າໃຫ້ບັນດາກຳລັງເຄື່ອນໄຫວບົນທະເລ, ການນຳບັນດາເມືອງເກາະ ເຈື່ອງຊາ, ຮ່ວາງຊາ, ຫຼີເຊີນ ແລະ ບັນດານັກຮົບເກົ່າທີ່ດີເດັ່ນໃນທົ່ວປະເທດ ມາຮ່າໂນ້ຍເຂົ້າຮ່ວມລາຍການ “ປະເທດຊາດສັງເກດຈາກທະເລ”. ນະທີ່ນີ້, ທ່ານ ໂດ໋ບ໋າຕິ ໄດ້ເນັ້ນໜັກວ່າ: ໃນສະພາບການໂລກ, ພາກພື້ນ ແລະ ທະເລຕາເວັນອອກມີຄວາມສັບສົນຫຼາຍຢ່າງນັ້ນ, ພັກ, ລັດ ຫວຽດນາມ ຍາມໃດກໍ່ຢັ້ງຢືນອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ໃນນັ້ນມີບັນດາເຂດທະເລ, ໝູ່ເກາະທີ່ສັກກະລະບູຊາ, ທີ່ບໍ່ອາດລ່ວງລຳ້ໄດ້. ປະຊາຊົນ ຫວຽດນາມ ເດັດດ່ຽວ, ຢຶດໝັ້ນການຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ເສລີພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ. ເພື່ອປົກປັກຮັກສາທະເລ, ໝູ່ເກາະ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃໝ່, ທ່ານຮອງປະທານສະພາແຫ່ງຊາດ ໂດ໋ບ໋າຕິ ສະເໜີບັນດາກຳລັງເຄື່ອນໄຫວບົນທະເລກຳແໜ້ນສະພາບການ, ເປັນເສນາທິການ, ນຳສະເໜີວິທີການແກ້ໄຂຢ່າງທັນການ, ຊັດເຈນ, ບໍ່ປະໃຫ້ຖືກຕົກຢູ່ໃນທ່າຮັບ, ກະທັນຫັນໃນທຸກໆກໍລະນີ, ຢຶດໝັ້ນຕໍ່ສູ້ດ້ວຍມາດຕະການສັນຕິພາບົນພື້ນຖານກົດໝາຍສາກົນ.