ຮອງປະທານສະແຫ່ງຊາດ ຫງວຽນທິກິມເງິນພົບປະຄະນະສະມາຊິກສະພາແຫ່ງຊາດແຂວງເງ້ອານ

ຮອງປະທານສະແຫ່ງຊາດ ຫງວຽນທິກິມເງິນພົບປະຄະນະສະມາຊິກສະພາແຫ່ງຊາດແຂວງເງ້ອານ - ảnh 1

ທ່ານ​ນາງ ຮອງ​ປະທານ​ສະ​ພາແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ​ ​ພົບ​ປະ​ຄະນະ​ສະມາຊິກ​ສະພາ​ແຫ່​ງຊາດ​ແຂວງ​ເງ້ອານຜ່ານ​ໄລຍະ​ຕ່າງໆ
(ພາບ:ດິ່ງນາມ)

(vovworld) - ມຸ້ງ​ໄປ​ສູ່​ການສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຫວຽດນາມ (1946-2016), ຕອນ​ບ່າຍ​ວັນ​ທີ 30/10, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ ຮອງ​ປະທານ​ສະ​ພາແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ​ ​ໄດ້​ພົບ​ປະ​ຄະນະ​ສະມາຊິກ​ສະພາ​ແຫ່​ງຊາດ​ແຂວງ​ເງ້ອານຜ່ານ​ໄລຍະ​ຕ່າງໆ. ທ່ານ​ນາງຮອງ​ປະທານ​ສະ​ພາແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​​ເນັ້ນ​ໜັກ​ວ່າ, ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຕ່າງໆ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຍາມ​ໃດ​ກໍ່​ເຮັດ​ວຽກ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ ຄະນະ​ສະມາຊິກ​ສະພາ​ແຫ່​ງຊາດ​ແຂວງ​ເງ້ອານ. ທ່ານ​ນາງຮອງ​ປະທານ​ສະ​ພາແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຢືນຢັນ​ວ່າ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ສຳ​ເລັດ​ເນື້ອ​ໃນ, ​ໂຄງການ​ທັງ​ໝົດ​ທີ່​ໄດ້​ວາງ​ອອກ; ສົມ​ເປັນ​ອົງການ​ຜູ້​ແທນ​ສູງ​ສຸດ​ຂອງ​ປະຊາຊົນ.

 

 

 

ຂ່າວ/ບົດ​ອື່ນ