ຮອງປະທານາທິບໍດີ Bolivia ຢ້ຽມຢາມ ຫວຽດນາມ
(vovworld) - ຕອນເຊົ້າວັນທີ 25/9, ໂດຍຮັບຄຳເຊີນຂອງທ່ານນາງຮອງປະທານປະເທດ ຫວຽດນາມ Nguyen Thi Doan, ທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia ພ້ອມດ້ວຍພັນລະຍາ ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 24 -26/9/2012. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຂັ້ນສູງສຸດຂອງການນຳ Bolivia ນັບແຕ່ເມື່ອສອງປະເທດສ້າງສາຍພົວພັນທາງການທູດລະຫວ່າງສອງປະເທດເມື່ອປີ 1987. ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ Truong Tan Sang ໄດ້ໃຫ້ການຕ້ອນຮັບທ່ານ ທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia ເຂົ້າຢ້ຽມຂຳ່ນັບ. ທີ່ການຕ້ອນຮັບ, ທ່ານປະທານປະເທດ Truong Tan Sang ໄດ້ເນັ້ນຫນັກວ່າ: ຫວຽດນາມ ແລະ Bolivia ມີສາຍພົວພັນມິດຕະພາບອັນດີງາມ. ທ່ານປະທານປະເທດຫວຽດນາມ ໄດ້ຕີລາຄາສູງໝາກຜົນການເຈລະຈາລະຫວ່າງທ່ານນາງຮອງປະທານປະເທດ ຫວຽດນາມ Nguyen Thi Doan ແລະ ທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia, ພ້ອມທັງຢືນຢັນວ່າ: ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນໃນການພັດທະນາປະເທດຊາດ ກັບ Bolivia. ສ່ວນ ທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia ຖືວ່າ: ສອງຝ່າຍຄວນຍູ້ແຮງການພົວພັນຮ່ວມມືລະຫວ່າງ ສອງປະເທດ ແລະ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ເພື່ອເປີດກາລະໂອກາດການຮ່ວມມືລະຫວ່າງສອງປະເທດ. ທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia ປາດຖະຫນາຢາກໃຫ້ ຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ແກ່ Bolivia ເມື່ອລົງທຶນດຳເນີນທຸລະກິດ ຢູ່ ຫວຽດນາມ ແລະ ຖືວ່າ ຫວຽດນາມ ແມ່ນປະຕູເພື່ອໃຫ້ Bolivia ເຊື່ອມຊືມເຂົ້າພາກພື້ນ ອາຊຽນ ກໍຄື ຢູ່ ອາຊີ.
ທ່ານນາງຮອງປະທານປະເທດ ຫວຽດນາມ Nguyen Thi Doan ຕ້ອນຮັບທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia
ພາບ: internet
|
ກ່ອນຫນ້ານັ້ນ, ພາຍຫລັງພິທີຕ້ອນຮັບ ທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia ຖືກຈັດຂຶ້ນຢ່າງເປັນທາງການ, ທ່ານນາງຮອງປະທານປະເທດ ຫວຽດນາມ Nguyen Thi Doan ໄດ້ມີການເຈລະຈາກັບ ທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia. ທ່ານນາງຮອງປະທານປະເທດ ຫວຽດນາມ ເນັ້ນຫນັກວ່າ: ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະຫນາຢາກພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືກັບ Bolivia. ທ່ານນາງຮອງປະທານປະເທດ ຫວຽດນາມ ສະເຫນີໃຫ້ສອງຝ່າຍສືບຕໍ່ສະຫນັບສະຫນູນເຊິ່ງກັນ ແລະ ກັນ ຢູ່ ບັນດາເວທີປາໄສຫລາຍຝ່າຍ. ທ່ານ Alvaro Garcia Linera ຮອງປະທານາທິບໍດີ Bolivia ຢືນຢັນວ່າ: Bolivia ປາດຖະຫນາຢາກເພີ່ມທະວີການພົວພັນຮ່ວມມືກັບ ຫວຽດນາມ ກ່ຽວກັບດ້ານການຄ້າ, ການລົງທຶນ, ກະສິກຳ, ຕັ້ງຫນ້າສົມທົບກັບ ຫວຽດນາມ ທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ.