(vovworld) – ຕອນບ່າຍວັນທີ 07/07, ຢູ່ຮ່າໂນ້ຍ, ພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກຳມາທິການປ້ອງກັນຄວາມສະຫງົບສະພາຕໍ່າຍີ່ປຸ່ນ ໂດຍທ່ານ Eto Akinori, ສະມາຊິກສະພາຕໍ່າພັກປະຊາທິປະໄຕເສລີພາບ, ປະທານກຳມາທິການປ້ອງກັນຄວາມສະຫງົບສະພາຕໍ່າຍີ່ປຸ່ນ, ເປັນຫົວໜ້າຄະນະພວມຢ້ຽມຢາມ ແລະ ເຮັດວຽກກັບກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບສະພາແຫ່ງຊາດຫວຽດນາມ. ທີ່ການຕ້ອນຮັບ, ທ່ານ Eto Akinori ຢືນຢັນວ່າ ຍີ່ປຸ່ນ ຈະໜູນຊ່ວຍສູນຮັກສາສັນຕິພາບຂອງຫວຽດນາມ ຜ່ານການບຳລຸງສ້າງ, ພັດທະນາຊັບພະຍາກອນມະນຸດ. ປະຈຸບັນ, ຍີ່ປຸ່ນພວມປັບປຸງບັນດາລະບຽບການດ້ານກົດໝາຍເພື່ອສະໜອງທຶນ ODA ໃຫ້ລັດຖະບານຫວຽດນາມ ຕໍ່ກຳປັ່ນລາດຕາເວນໃໝ່ໃຫ້ບັນດາກຳລັງປະຕິບັດກົດໝາຍຂອງຫວຽດນາມ. ທ່ານ Eto Akinori ຢືນຢັນວ່າ ໃນໄລຍະຈະມາເຖິງ, ການພົວພັນຮ່ວມມືດ້ານການປ້ອງກັນຊາດລະຫວ່າງ 2 ປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ເໝາະສົມກັບການການພົວພັນຮ່ວມມື, ຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ.
ສ່ວນພົນໂທ ຫງວຽນຈິວິ້ງ ເນັ້ນໜັກວ່າ ປະຈຸບັນການພົວພັນຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ - ຍີ່ປຸ່ນ ພວມພັດທະນາຢ່າງດີງາມ ຕາມຈິດໃຈຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງ, ກວ້າງຂວາງ, 2 ຝ່າຍຄວນສືບຕໍ່ສົມທົບກັນຜັນຂະຫຍາຍ “ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື ແລະ ການແລກປ່ຽນດ້ານປ້ອງກັນຊາດ 2 ຝ່າຍ” ທີ່ໄດ້ລົງນາມເມື່ອປີ 2011 ຢ່າງມີປະສິດທິຜົນ. ພົນໂທ ຫງວຽນຈິວິ້ງ ຂອບໃຈຍີ່ປຸ່ນ ທີ່ມີບົດກ່າວປາໄສສະໜັບສະໜູນຫວຽດນາມ, ຄັດຄ້ານຈີນ ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ ຢ່າງແຮງ; ພ້ອມທັງປາດຖະໜາວ່າ ຍີ່ປຸ່ນ ຈະສືບຕໍ່ສະໜັບສະໜູນຫວຽດນາມ ໃນການຕໍ່ສູ້ກັບບັນດາການກະທຳຜິດພາດຂອງຈີນ.