ຮອດວັນທີ 10 ເມສາ, ຫວຽດນາມຖືກຈັດເຂົ້າ Top 2 ປະເທດ ມີຜູ້ຕິດເຊື້ອໂຄວິດ 19 ດ້ວຍອາການຫນັກ ແຕ່ຍັງບໍ່ທັນມີກໍລະນີໃດຖືກເສຍຊີວິດ

(VOVWORLD) -ໃນປະຫວັດຄວາມເປັນມາຂອງມວນມະນຸດ ຍັງບໍ່ທັນມີໂລກລະບາດໃດມີລະດັບຮ້າຍແຮງຄືໂລກພະຍາດ ໂຄວິດ 19. 

ຫວຽດນາມແມ່ນຫນຶ່ງໃນຈຳນວນ 2 ປະເທດ ແລະ ເຂດແຄ້ວນ ເຖິງວ່າ ມີຜູ້ຕິດເຊື້ອໂຄວິດ 19 ດ້ວຍອາການຫນັກ ແຕ່ຍັງບໍ່ທັນມີກໍລະນີໃດຖືກເສຍຊີວິດ. ເຖິງຢ່າງໃດກໍຕາມ ສະພາບການໂລກລະບາດຍັງຜັນແປໄປຢ່າງສັບສົນ ແລະອາດຈະແກ່ຍາວ. ນີ້ແມ່ນຂໍ້ສັງເກດໂດຍກອງປະຊຸມອອກລາຍລະຫວ່າງບັນດາໂຮງໝໍກ່ຽວກັບການຝືກອົບຮົມການປ້ອງກັນສະກັດກັ້ນໂລກລະບາດຖືກຈັດຂຶ້ນຢູ່ຮ່າໂນ້ຍໃນຕອນເຊົ້າວັນທີ 11ເມສາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນແທງລອງ ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໄດ້ຖືວ່າ: ໃນປະຫວັດຄວາມເປັນມາຂອງມວນມະນຸດ ຍັງບໍ່ທັນມີໂລກລະບາດໃດມີລະດັບຮ້າຍແຮງຄືໂລກພະຍາດ ໂຄວິດ 19. ພຽງໃນສອງສາມເດືອນ,ໂລກພະຍາດນີ້ ໄດ້ແຜ່ລະບາດເຖິງຫລາຍປະເທດ ແລະ ເຂດແຄ້ວນໃນໂລກ. ທ່ານ ຫງວຽນແທງລອງ ເນັ້ນຫນັກວ່າ:

ວັນທີ 10 ເມສາ ຫວຽດນາມແມ່ນສອງປະເທດ ແລະເຂດແຄ້ວນ ຍັງບໍ່ທັນມຜູ້ຕິດເຊື້ອໂຄວິດ 19 ກໍລະນີໃດຖືກເສຍຊີວິດ ເຖິງວ່າ ມີບາງກໍລະນີອາການຫນັກ. ນັ້ນແມ່ນຄວາມເອກອ້າງທະນົງໃຈຂອງຫວຽດນາມ ແຕ່ປະຈຸບັນ ສະພາບການຍັງສືບຕໍ່ຜັນແປໄປຢ່າງສັບສົນ ຍາກທີ່ຄາດຄະເນລ່ວງຫນ້າໄດ້. ສະນັ້ນທຸກຮາກຖານສາທາລະນະສຸກ ຕ້ອງກະກຽມມາດຕະການຮັບມືເມື່ອໂລກພະຍາດແຜ່ລະບາດອອກສູ່ວົງກວ້າງໃນທົ່ວປະເທດ.”

ຕາມຮອງສາດສະດາຈານ ປອ ເລືອງງອກເຄ ຫົວຫນ້າກົມຄຸ້ມຄອງກວດປິ່ນປົວພະຍາດ, ສັງກັດກະຊວງສາທາລະນະສຸກຫວຽດນາມແລ້ວ ກະຊວງສາທາລະນະສຸກ ໄດ້ຍົກລະດັບການປ້ອງກັນສະກັດກັ້ນໂລກລະບາດໃຫ້ຂຶ້ນອີກລະດັບຫນຶ່ງ ຍ້ອນຄວາມສ່ຽງການຕິດແປດໃນໂຮງໝໍຍັງສູງຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ