ຮອດ​ເວລາ 6 ​ໂມງ​ເຊົ້າ​ຂອງ​ວັນ​ທີ 11 ສິງຫາ, ຫວຽດນາມ ຢັ້ງຢືນ​ບໍ່ມ​ີກໍລະນີ​ຕິດ​ເຊື້ອ​ໃໝ່ຕ​ເພີ່ມ​ອີກ

(VOVWORLD) -ນັບແຕ່ເວລາ 18 ໂມງ ຂອງວັນທີ 10 ສິງຫາ ຫາເວລາ 6 ໂມງຂອງວັນທີ 11 ສິງຫາ, ຫວຽດນາມ ຢັ້ງຢືນບໍ່ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ເພີ່ມອີກ, ຈໍານວນຜູ້ຕິດເຊື້ອໂຄວິດ - 19 ສະສົມ 847 ຄົນ.
ຮອດ​ເວລາ 6 ​ໂມງ​ເຊົ້າ​ຂອງ​ວັນ​ທີ 11 ສິງຫາ, ຫວຽດນາມ ຢັ້ງຢືນ​ບໍ່ມ​ີກໍລະນີ​ຕິດ​ເຊື້ອ​ໃໝ່ຕ​ເພີ່ມ​ອີກ - ảnh 1ການກວດວິໄຈຫາເຊື້ອໃນເບື້ອງຕົ້ນ (ພາບ: TTXVN)

        ຕາມແຫຼ່ງຂ່າວຈາກຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງ ຂອງວັນທີ 10 ສິງຫາ ຫາເວລາ 6 ໂມງຂອງວັນທີ 11 ສິງຫາ, ຫວຽດນາມ ຢັ້ງຢືນບໍ່ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ເພີ່ມອີກ, ຈໍານວນຜູ້ຕິດເຊື້ອໂຄວິດ - 19 ສະສົມ 847 ຄົນ.ຈໍານວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 399 ຄົນ, ເຊິ່ງກວມເອົາ 47% ແລະ ມີຜູ້ຕິດເຊື້ອໂຄວິດ - 19 ເສຍຊີວິດ ຈໍານວນ 15 ຄົນ ຍ້ອນເປັນພະຍາດເຈັບໜັກກ່ອນໜ້ານັ້ນ


ຕອບກັບ

ຂ່າວ/ບົດ​ອື່ນ