ຮອບຄັດເລືອກ FIFA World Cup 2022: ຍາດໄດ້ໄຊຊະນະເກ້ຍກອມ, ທິມຊາດບານເຕະ ຫວຽດນາມ ນຳເອົາຄວາມເບີກບານມ່ວນຊື່ນໃນຊຸມມື້ຕົ້ນປີໃໝ່

(VOVWORLD) -ທິມຊາດບານເຕະ ຫວຽດນາມ ໄດ້ຮັບຄະແນນທຳອິດໃນວັນທີ 01 ຂອງບຸນເຕັດປີຂານ ອັນໄດ້ນຳມາຄວາມເບີກບານມ່ວນຊື່ນໃຫ້ແກ່ທັງທິມຊາດກໍ່ຄືແປນບານ.
ຮອບຄັດເລືອກ FIFA World Cup 2022: ຍາດໄດ້ໄຊຊະນະເກ້ຍກອມ, ທິມຊາດບານເຕະ ຫວຽດນາມ ນຳເອົາຄວາມເບີກບານມ່ວນຊື່ນໃນຊຸມມື້ຕົ້ນປີໃໝ່ - ảnh 1(ທິມຊາດກິລາບານເຕະ ຫວຽດນາມ ໄຊຊະນະ 3 - 1 ທິມບານເຕະ ຈີນ)

ຕອນຄ່ຳວັນທີ 01 ກຸມພາ, ທິມຊາດກິລາບານເຕະຂອງຄູຝຶກ Park Hang-seo ໄດ້ຮັບໄຊຊະນະ 3 ປະຕູຕໍ່ 1 ຕໍ່ທິມບານເຕະ ຈີນ ຢູ່ສະໜາມກິລາແຫ່ງຊາດ ມິດິ່ງ (ຮ່າໂນ້ຍ) ໃນຂອບເຂດງານແຂ່ງຂັນກິລາ ຮອບຄັດເລືອກ FIFA World Cup 2022 ພາກພື້ນ ອາຊີ. ທິມຊາດບານເຕະ ຫວຽດນາມ ໄດ້ຮັບຄະແນນທຳອິດໃນວັນທີ 01 ຂອງບຸນເຕັດປີຂານ ອັນໄດ້ນຳມາຄວາມເບີກບານມ່ວນຊື່ນໃຫ້ແກ່ທັງທິມຊາດກໍ່ຄືແປນບານ.

        ໂດຍໄດ້ຕິດຕາມການແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ມິດິ່ງ, ພາຍຫຼັງການແຂ່ງຂັນໄດ້ອັດລົງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ລົງສະໜາມກິລາ ເພື່ອອວຍພອນໄຊຊະນະຂອງທິມບານເຕະ ຫວຽດນາມ, ຂອບໃຈຄະນະຄູຝຶກ, ບັນດານັກກິລາໄດ້ແຂ່ງຂັນຈົນສຸດຄວາມສາມາດເພື່ອສີສັນແຫ່ງຊາດ ແລະ ອວຍພອນໃຫ້ທິມບານເຕະ ສືບຕໍ່ຍາດໄດ້ຜົນງານຫຼາຍຢ່າງກວ່າໃນປີ 2022.

ຕອນບ່າຍວັນທີ 02 ກຸມພາ, ທິມບານເຕະຍິງ ຫວຽດນາມ ກໍ່ຍາດໄດ້ໄຊຊະນະ 2 ປະຕູຕໍ່ 0 ທິມບານເຕະຍິງ ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ