ຮອບເຈລະຈາຄັ້ງທີ18 ກ່ຽວກັບບັນຫາສິດທິ ມະນຸດລະຫວ່າງຫວຽດ ນາມ-ອາເມລິກາ
ທ່ານເລຫາຍບິງ
(ພາບ: http://nld.com.vn)
(vovworld)- ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດ ນາມ ຈັດຂຶ້ນໃນວັນທີ 15/5, ຢູ່ຮ່າໂນ້ຍ, ທ່ານເລຫາຍບິ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ຮອບເຈລະຈາຄັ້ງທີ 18 ກ່ຽວກັບບັນຫາສິດທິມະນຸດລະຫວ່າງຫວຽດນາມ-ອາເມລິກາ ຫາກໍ່ດຳເນີນໄປຢູ່ນະຄອນຫຼວງວໍຊິງຕັນ ປະເທດອາເມລິກາ ໃນວັນທີ 11-12/5. ທີ່ຮອບເຈລະຈາຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາບັນດາບັນຫາຊື່ງສອງຝ່າຍຕ່າງມີຄວາມສົນໃຈ:
“ຫວຽດນາມ ໄດ້ໃຫ້ຂ່າວຢ່າງຄົບຖ້ວນ ແລະ ເປີດອົກເປີດໃຈກ່ຽວກັບບັນດາຄວາມມານະພະຍາຍາມ, ຜົນງານ ແລະ ນະໂຍບາຍຂອງຫວຽດນາມ ໃນການຮັບປະກັນບັນດາສິດທິມະນຸດຢູ່ຫວຽດນາມ, ແລກປ່ຽນຢ່າງກົງໄປກົງມາ, ແທດຈິງກ່ຽວກັບຄວາມສົນໃຈຂອງອາເມລິກາ, ພ້ອມທັງຊີ້ແຈ້ງວ່າ ພ້ອມແລ້ວທີ່ຈະແລກປ່ຽນຢູ່ບັນດາກົນໄກຫຼາຍຝ່າຍກ່ຽວກັບສິດທິມະນຸດ , ໃນນັ້ນມີສະພາສິດທິມະນຸດ ສປຊ ຊື່ງທັງຫວຽດນາມ ແລະ ອາເມລິກາ ລ້ວນແຕ່ແມ່ນສະມາຊິກ. ການເຈລະຈາກ່ຽວກັບບັນຫາສິດທິມະນຸດລະຫວ່າງຫວຽດນາມ-ອາເມລິກາ ແມ່ນກົນໄກທີ່ມີລັກສະນະສ້າງສັນ, ມີເຈດຕະນາດີ ແລະ ເຄົາລົບນັບຖືຊື່ງກັນ ແລະ ກັນ, ຊ່ວຍໃຫ້ສອງປະເທດເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຮັດແຄບຄວາມແຕກຕ່າງກັນກ່ຽວກັບຂົງເຂດສິດທິມະນຸດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອາເມລິກາ“./.