ຮ່າງ​ກົດໝາຍວ່າ​ດ້ວຍ​ວິ​ສາ​ຫະກິດ​ (ສະບັບ​ປັບປຸງ) ຄວາມ​ຫວັງ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ

(VOVWORLD) -ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການລົງທຶນ ຕ້ອງມຸ່ງໄປສູ່ການສ້າງກອບນິຕິກໍາຊຸກຍູ້ການປະດິດຄິດສ້າງ, start up ພາຍຫຼັງໂລກລະບາດໂຄວິດ - 19.

        ວັນທີ 21 ພຶດສະພາ ແມ່ນມື້ເຮັດວຽກທີ 2 ຂອງ ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14. ໜຶ່ງໃນບັນດາເນື້ອໃນທີ່ໄດ້ນໍາມາປຶກສາຫາລືຜ່ານທາງອອນລາຍໃນມື້ນີ້ ແມ່ນຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ). ທ່ານ ຫວູຕ໊ຽນລົກ, ສະມາຊິກສະພາແຫ່ງຊາດແຂວງຖ໊າຍບິ່ງ, ຖືວ່າ: ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການລົງທຶນ ຕ້ອງມຸ່ງໄປສູ່ການສ້າງກອບນິຕິກໍາຊຸກຍູ້ການປະດິດຄິດສ້າງ, start up ພາຍຫຼັງໂລກລະບາດໂຄວິດ - 19. ໜຶ່ງໃນບັນດາເນື້ອໃນສໍາຄັນ ແມ່ນການຫັນຖານະທາງນິຕິກໍາຂອງບັນດາຄອບຄົວດໍາເນີນທຸລະກິດເປັນທາງການ ແນໃສ່ຍົກເລີກບັນດາຮົ້ວກີດຂວາງ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວດໍາເນີນທຸລະກິດຂອງເຂົາເຈົ້າ. ພ້ອມກັນນັ້ນ ສ້າງກໍາລັງດັນທີ່ຈໍາເປັນ ເພື່ອຊຸກຍູ້ບັນດາຄອບຄົວດໍາເນີນທຸລະກິດມີການເຄື່ອນໄຫວຢ່າງຈະແຈ້ງໂປ່ງໃສ ແລະ ເຂົ້າຮ່ວມຕະຫຼາດພາຍໃນ ແລະ ທົ່ວໂລກ. ທ່ານກ່າວວ່າ:

        “ປັດຈຸບັນ ຂົງເຂດທີ່ບັນດາຄອບຄົວດໍາເນີນທຸລະກິດພວມກວມເອົາ 30% GDP ຂອງທັງປະເທດ ແລະ ປັດຈຸບັນ ຂົງເຂດດັ່ງກ່າວພວມຖືວ່າແມ່ນຂົງເຂດດໍາເນີນທຸລະກິດບໍ່ເປັນທາງການ. ດັ່ງນັ້ນ, ເລື່ອງນໍາເອົາບັນດາຄອບຄົວດໍາເນີນທຸລະກິດເຂົ້າໃນແຕ່ລະເປົ້າໝາຍການດັດປັບຂອງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ແມ່ນບາດກ້າວບຸກທະລຸຂອງກົດໝາຍສະບັບດັ່ງກ່າວ”.

        ຕາມທ່ານ ໂດ໊ວັນຊິງ, ສະມາຊິກສະພາແຫ່ງຊາດແຂວງກວ໋າງຈິ ແລ້ວ, ເລື່ອງປັບປຸງກົດໝາຍວ່າດ້ວຍວິສາຫະກິດນີ້ ຈະສ້າງການປະຕິຮູບໃໝ່ກ່ຽວກັບການຫຼຸດຜ່ອນລະບຽບການທີ່ບໍ່ຈໍາເປັນລົງ, ແນໃສ່ຫຼຸດເວລາ, ຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ. 

ຕອບກັບ

ຂ່າວ/ບົດ​ອື່ນ