ຮ້ານວາງສະແດງກວ່າ 200 ຮ້ານເຂົ້າຮ່ວມງານຕະຫຼາດນັດລະດູບານໃໝ່ດ່ານັ້ງ2017
ງານຕະຫຼາດນັດລະດູບານໃໝ່ 2017
(ພາບ: TTXVN)
(vovworld) - ມີຮ້ານວາງສະແດງກວ່າ 200 ຮ້ານຂອງ 150 ວິສາຫະກິດຢູ່ພາຍໃນປະເທດ ແລະ ໄທ ໄດ້ເຂົ້າຮ່ວມງານຕະຫຼາດນັດລະດູບານໃໝ່ 2017 ໂດຍພະແນກອຸດສາຫະກຳການຄ້ານະຄອນດ່ານັ້ງ ຈັດຕັ້ງ, ເຊິ່ງຖືກໄຂຂຶ້ນໃນຕອນຄ່ຳວັນທີ 12/01 ຢູ່ສູນກິລາ ຕວຽນເຊີນ. ງານຕະຫຼາດນັດລະດູບານໃໝ່ດ່ານັ້ງ 2017 ແມ່ນເພື່ອແນໃສ່ຮັບໃຊ້ຄວາມຕ້ອງການຊື້ເຄື່ອງຂອງຂອງຜູ້ອຸປະໂພກ, ບໍລິໂພກ, ແລກປ່ຽນສິນຄ້າ, ຊອກຫາຕະຫຼາດຂອງວິສາຫະກິດໃນໂອກາດບຸນປີໃໝ່ປີລະກາ. ພ້ອມທັງແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດໂຄສະນາ, ແນະນຳຜະລິດຕະພັນເຖິງຜູ້ອຸປະໂພກ, ບໍລິໂພກ. ງານຕະຫຼາດນັດໄດ້ເປີດປະຕູຮອດວັນທີ 18/01 ຈຶ່ງຈະອັດລົງ.