ຮ່າໂນ້ຍ ຕ້ອນຮັບນັກທ່ອງທ່ຽວ ຍີ່ປຸ່ນ 143 ຄົນ ເນື່ອງໃນໂອກາດບຸນປີໃໝ່ສາກົນ

(VOVWORLD) -ໃນມື້ທຳອິດຂອງປີໃໝ່ 2022, ຮ່າໂນ້ຍ ໄດ້ຕ້ອນຮັບຖ້ຽວບິນສາກົນທຳອິດມາຈາກ ໂຕກຽວ, ປະເທດ ຍີ່ປຸ່ນ ຢູ່ສະໜາມບິນສາກົນ ໂນ້ຍບາຍ ດ້ວຍຜູ້ໂດຍສານ 143 ຄົນ.
ຮ່າໂນ້ຍ ຕ້ອນຮັບນັກທ່ອງທ່ຽວ ຍີ່ປຸ່ນ 143 ຄົນ ເນື່ອງໃນໂອກາດບຸນປີໃໝ່ສາກົນ - ảnh 1(ພາບປະກອບ: TTXVN)

ໃນ 3 ວັນພັກບຸນປີໃໝ່ສາກົນ 2022 (ແຕ່ວັນທີ 1 – 3 ມັງກອນ), ນັກທ່ອງທ່ຽວມາ ຮ່າໂນ້ຍ ສ່ວນຫຼາຍແມ່ນນັກທ່ອງທ່ຽວຢູ່ພາຍໃນປະເທດເປັນຕົ້ນ, ຄາດວ່າມີປະມານ 60.000 ເທື່ອຄົນ. ໃນມື້ທຳອິດຂອງປີໃໝ່ 2022, ຮ່າໂນ້ຍ ໄດ້ຕ້ອນຮັບຖ້ຽວບິນສາກົນທຳອິດມາຈາກ ໂຕກຽວ, ປະເທດ ຍີ່ປຸ່ນ ຢູ່ສະໜາມບິນສາກົນ ໂນ້ຍບາຍ ດ້ວຍຜູ້ໂດຍສານ 143 ຄົນ. ວຽກງານກະກຽມຕ້ອນຮັບບຸນປີໃໝ່ສາກົນ 2022 ຢູ່ບັນດາເຂດ, ສະຖານທີ່ທ່ອງທ່ຽວ, ຫໍພິພິຕະພັນ, ສວນສາທາລະນະ ດຳເນີນໄປຢ່າງລອບຄອບທີ່ຖ້ວນ, ຮັບປະກັນການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ.

        ໃນໄລຍະຜ່ານມາ, ມີວິສາຫະກິດທ່ອງທ່ຽວຫຼາຍແຫ່ງ ໄດ້ເປັນເຈົ້າການສ້າງຜະລິດຕະພັນທ່ອງທ່ຽວ, ລາຍການທ່ອງທ່ຽວໃນສະພາບເປັນປົກກະຕິໃໝ່ ດ້ວຍລາຍການທ່ອງທ່ຽວທີ່ພົ້ນເດັ່ນຄື: ລາຍການທ່ອງທ່ຽວ ໂກລວາ, ດົ່ງໂມ - ບາວີ - ໝູ່ບ້ານເກົ່າ ເດື່ອງເລີມ ດ້ວຍລົດຖີບ, ລາຍການທ່ອງທ່ຽວດ້ວຍລົດເມ 2 ຊັ້ນ, ລາຍການທ່ອງທ່ຽວ ຄາລາວານ…

ຕອບກັບ

ຂ່າວ/ບົດ​ອື່ນ