(VOVWORLD) -ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫວ້ ໄດ້ມອບເງິນໜູນຊ່ວຍໃຫ້ແກ່ 7 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ; ປະກາດສະຫຼອງໂຄງການກໍ່ສ້າງ ເຮືອນແຫ່ງສາຍຈິດມິດໃຈຈຳນວນ 90 ຫຼັງ ມອບໃຫ້ຄອບຄົວທຸກຍາກ.
ພິທີປຸກລະດົມ ເດືອນ ເຄື່ອນໄຫວສູງສຸດ “ເພື່ອຄົນທຸກຍາກ” ແລະ ຊ່ວຍໜູນສັງຄົມ ປີ 2020 (ພາບ: hanoimoi.com.vn) |
ຕອນຄ່ຳວັນທີ 06 ຕຸລາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ ໄດ້ຈັດພິທີປຸກລະດົມເດືອນເຄື່ອນໄຫວສູງສຸດ “ເພື່ອຄົນທຸກຍາກ” ແລະ ຊ່ວຍໜູນສັງຄົມ ປີ 2020. ຢູ່ເຫດການ, ທ່ານນາງ ຫງວຽນລານເຮືອງ ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ ໄດ້ຮຽກຮ້ອງໃຫ້ບັນດາຄະນະ, ຂະແໜງການທຸກຂັ້ນ, ພໍ່ແມ່ປະຊາຊົນ, ນັກຮົບ, ວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນ ເສີມຂະຫຍາຍມູນເຊື້ອຂອງຊາດຫວຽດນາມ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະເກີດໂລກລະບາດໂຄວິດ - 19, ສືບຕໍ່ຮ່ວມແຮງຮ່ວມໃຈຊ່ວຍເຫຼືອຄົນທຸກຍາກ, ສະໜັບສະໜູນກອງທຶນ “ເພື່ອຄົນທຸກຍາກ” ຂອງທຸກຂັ້ນ ແລະ ສະໜັບສະໜູນບັນດາໂຄງການຊ່ວຍໜູນສັງຄົມຂອງນະຄອນ ດ້ວຍຈິດໃຈສູງສຸດ, ປະຕິບັດທິດນຳ “ບໍ່ປະໃຫ້ຄົນທຸກຍາກຖືກຕົກຢູ່ທາງຫຼັງ”.
ໃນ 9 ເດືອນຕົ້ນປີ 2020, ກອງທຶນ “ເພື່ອຄົນທຸກຍາກ” ນະຄອນຮ່າໂນ້ຍ ໄດ້ຮັບເງິນຈຳນວນກວ່າ 15 ຕື້ດົ່ງ. ດ້ວຍຈຳນວນເງິນທີ່ລະດົມມາໄດ້ນັ້ນ ມີເຮືອນແຫ່ງມະຫາສາມັກຄີເກືອບ 400 ຫຼັງ ໄດ້ຮັບການກໍ່ສ້າງ; ຄອບຄົວທຸກຍາກນັບພັນຄອບຄົວໄດ້ຮັບການກູ້ຢືມເງິນທຶນ, ໄດ້ຮັບການໜູນຊ່ວຍດ້ານແນວພັນ, ພາຫະນະການຜະລິດ, ກວດ, ປິ່ນປົວພະຍາດ…
ກໍທີ່ພິທີປຸກລະດົມ, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫວ້ ໄດ້ມອບເງິນໜູນຊ່ວຍໃຫ້ແກ່ 7 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ; ປະກາດສະຫຼອງໂຄງການກໍ່ສ້າງ ເຮືອນແຫ່ງສາຍຈິດມິດໃຈຈຳນວນ 90 ຫຼັງ ມອບໃຫ້ຄອບຄົວທຸກຍາກ.