ຮ່າໂນ້ຍ ຢືນອັນດັບ 1 ໃນທົ່ວປະເທດກ່ຽວກັບການດຶງດູດທຶນ FDI

(VOVWORLD) - ຕາມກົມໃຫຍ່ສະຖິຕິແລ້ວ, ນັບແຕ່ຕົ້ນປີຫາກາງເດືອນ ສິງຫາ ປີ 2018, ທົ່ວປະເທດດຶງດູດໄດ້ກ່ວາ 1.900 ໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ໄດ້ຮັບໜັງສືອະນຸຍາດດ້ວຍທຶນຈົດທະບຽນບັນລຸກ່ວາ 13,4 ຕື້ USD, ໃນນັ້ນ ຂະແໜງອຸດສາຫະກຳການປຸງແຕ່ງ, ປະດິດສ້າງດຶງດູດທຶນ FDI ໃຫຍ່ກ່ວາໝູ່.
ຮ່າໂນ້ຍ ຢືນອັນດັບ 1 ໃນທົ່ວປະເທດກ່ຽວກັບການດຶງດູດທຶນ FDI - ảnh 1 (ພາບປະກອບ)

ມາຮອດປັດຈຸບັນ, ທົ່ວປະເທດມີ 52 ແຂວງ, ນະຄອນຂຶ້ນກັບສູນກາງທີ່ມີໂຄງການລົງທຶນໂດຍກົງຈາກຕ່າງປະເທດໄດ້ຮັບໜັງສືອະນຸຍາດໃໝ່ໃນ 8 ເດືອນ. ໃນນັ້ນ, ຮ່າໂນ້ຍ ມີຈຳນວນທຶນຈົດທະບຽນຫລາຍກ່ວາໝູ່ດ້ວຍມູນຄ່າກ່ວາ 5 ຕື້ USD, ຖັດມາແມ່ນແຂວງ ບາເຣຍ - ຫວູງເຕົາ; ແຂວງ ບີງເຢືອງ; ນະຄອນ ໂຮ່ຈີມິນ.

        ໃນຈຳນວນ 66 ປະເທດ ແລະ ເຂດແຄ້ວນທີ່ມີໂຄງການລົງທຶນໄດ້ຮັບໜັງສືອະນຸຍາດໃໝ່ຢູ່ ຫວຽດນາມ ໃນ 8 ເດືອນປີນີ້, ຍີ່ປຸ່ນ ແມ່ນປະເທດລົງທຶນໃຫຍ່ສຸດ, ຖັດມາແມ່ນປະເທດ ສ.ເກົາຫຼີ, ສິງກະໂປ.

        ການລົງທຶນຂອງ ຫວຽດນາມ ອອກສູ່ຕ່າງປະເທດມີ 93 ໂຄງການໄດ້ຮັບໜັງສືຢັ້ງຢືນການລົງທຶນ. ມີ 29 ປະເທດ ແລະ ເຂດແຄ້ວນໄດ້ຮັບການລົງທຶນຈາກ ຫວຽດນາມ, ໃນນັ້ນ ປະເທດ ລາວ ໄດ້ຮັບການລົງທຶນຫລາຍສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ