ຮ່າ​ໂນ້ຍ ​ເຊີດ​ຊູ​ເສື້ອ​ຍາວມູນ​ເຊື້ອ​ໃນ​ງານ​ບຸນ “ສີ​ສັນ​ຈ່າງ​ອານ”

(VOVWORLD) -ງານບູນນອນໃນບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງເສື້ອຍາວ ເຊິ່ງໄດ້ ແລະ ພວມດຳເນີນຢ່າງຟົດຟື້ນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ ຕາມການຊີ້ນຳຂອງກະຊວງວັດທະນະທຳ - ກິລາ ແລະ ການທ່ອງທ່ຽວ, ແລະ ສູນກາງສະຫະພັນແມ່ຍິງຫວຽດນາມ.
ຮ່າ​ໂນ້ຍ ​ເຊີດ​ຊູ​ເສື້ອ​ຍາວມູນ​ເຊື້ອ​ໃນ​ງານ​ບຸນ “ສີ​ສັນ​ຈ່າງ​ອານ” - ảnh 1ບັນດາຜູ້ແທນເຂົ້າຮ່ວມງານບຸນ “ສີສັນຈ່າງອານ” ແຫ່ຂະບວນ (ພາບ: TTXVN) 

ຕອນເຊົ້າວັນທີ 29 ພະຈິກ, ຢູ່ບໍລິເວນໜອງຮ່ວານກ໊ຽມ, ສະຫະພັນແມ່ຍິງນະຄອນຮ່າໂນ້ຍ ໄດ້ຈັດຕັ້ງງານບຸນເສື້ອຍາວດ້ວຍຫົວຂໍ້ວ່າ “ສີສັນຈ່າງອານ”. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດໂຄງການ “ຮ່າໂນ້ຍເຊື່ອມຕໍ່ - ພັດທະນາ” ໂດຍຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຊີ້ນຳປະຕິບັດ, ດ້ວຍຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນການເຊີດຊູຄູນຄ່າຂອງເສື້ອຍາວ ຊື່ງແມ່ນສັນຍາລັກຂອງຄວາມງາມດ້ານຈິດໃຈຂອງແມ່ຍິງຫວຽດນາມ.

ທີ່ງານບຸນ, ມີພະນັກງານ, ສະມາຊິກສະຫະພັນ, ແມ່ຍິງນະຄອນ, ບັນດາເດັກຍິງ, ນັກຮຽນຍິງ… ກ່ວາ 500 ຄົນ ໄດ້ນຸ່ງເສື້ອຍາວທີ່ມີຫຼາຍສີ ເຂົ້າຮ່ວມການແຫ່ຂະບວນ. ງານບູນນອນໃນບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງເສື້ອຍາວ ເຊິ່ງໄດ້ ແລະ ພວມດຳເນີນຢ່າງຟົດຟື້ນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ ຕາມການຊີ້ນຳຂອງກະຊວງວັດທະນະທຳ - ກິລາ ແລະ ການທ່ອງທ່ຽວ, ແລະ ສູນກາງສະຫະພັນແມ່ຍິງຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ