ຮ່າໂນ້ຍ ເພີ່ມທະວີການຮ່ວມມືກັບລາຊະອານາຈັກ ອັງກິດ ໃນຫຼາຍຂົງເຂດ

(VOVWORLD) - ໃນກາງປີ 2019, ນະຄອນຮ່າໂນ້ຍ ຈະຈັດຕັ້ງລາຍການສົ່ງເສີມການລົງທຶນ, ການຄ້າຢູ່ນະຄອນຫຼວງ ລອນດອນ, ເພື່ອແນໃສ່ໂຄສະນາ, ແນະນຳຄວາມສາມາດບົ່ມຊ້ອນ...
ຮ່າໂນ້ຍ ເພີ່ມທະວີການຮ່ວມມືກັບລາຊະອານາຈັກ ອັງກິດ ໃນຫຼາຍຂົງເຂດ - ảnh 1 ທ່ານ Edward Vaizey ແລະ ທ່ານ ຫງວຽນດຶກຈູງ

ວັນທີ 5 ຕຸລາ, ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຕ້ອນຮັບ ແລະ ເຮັດວຽກກັບທ່ານ Edward Vaizey, ທູດພິເສດກ່ຽວກັບດ້ານການຄ້າຂອງນາຍົກລັດຖະມົນຕີ ອັງກິດ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ ໃຫ້ຮູ້ວ່າ: ໃນກາງປີ 2019, ນະຄອນຮ່າໂນ້ຍ ຈະຈັດຕັ້ງລາຍການສົ່ງເສີມການລົງທຶນ, ການຄ້າຢູ່ນະຄອນຫຼວງ ລອນດອນ, ເພື່ອແນໃສ່ໂຄສະນາ, ແນະນຳຄວາມສາມາດບົ່ມຊ້ອນ, ກາລະໂອກາດໃຫ້ແກ່ບັນດານັກລົງທຶນ ອັງກິດ. ນະຄອນຮ່າໂນ້ຍ ສົ່ງເສີມບັນດາວິສາຫະກິດ ອັງກິດ ລົງທຶນ ເຂົ້າຂົງເຂດການຄ້າ, ການປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳ ແລະ ການທ່ອງທ່ຽວ. ໄປຄຽງຄູ່ກັນນັ້ນ, ຮ່າໂນ້ຍ ແລະ ລອນດອນ ກໍ່ຄວນເພີ່ມທະວີການສົມທົບກັນລະຫວ່າງກຳລັງຕຳຫຼວດ ເພື່ອປ້ອງກັນ,ຕ້ານອາດຊະຍາກຳ.

        ສ່ວນທ່ານ Edward Vaizey ໃຫ້ຮູ້ວ່າ: ບັນດາຂົງເຂດເຊິ່ງຮ່າໂນ້ຍ ປາດຖະໜາຢາກຮ່ວມມືແມ່ນຕິດແທດກັບສະພາບຕົວຈິງພໍສົມຄວນ, ຜັນຂະຫຍາຍໄດ້ງ່າຍ ຍ້ອນວ່າບັນດາຂົງເຂດນີ້ກໍ່ແມ່ນທ່າແຮງຂອງ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ