ຮ່າໂນ້ຍຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ
ຮ່າໂນ້ຍຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ສະເຫຼີມສະຫຼອງ 70 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ |
(vovworld)- ສະເຫຼີມສະຫຼອງ 70 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ (19/12/1946-19/12/2016) ໃນທົ່ວບໍລິເວນນະຄອນຫຼວງຮ່າໂນ້ຍ, ໄດ້ດຳເນີນບັນດາການເຄື່ອນໄຫວວັດທະນະທຳສິລະປະ, ກິລາ, ແນໃສ່ຫວນຄືນມູນເຊື້ອປະຕິວັດທີ່ສະຫງ່າລາສີ ແລະ ປຸກລຸກນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດໃຫ້ແກ່ປະຊາຊົນທຸກຊັ້ນຄົນ. ໃນຕອນຄ່ຳວັນທີ 17 ແລະ 18/12, ຢູ່ບັນດາສູນວັດທະນະທຳ, ກິລາ, ບັນດາເຂດຜະລິດສົ່ງອອກ, ເຂດອຸດສາຫະກຳຂອງ 30 ເມືອງ, ເທດສະບານໃນບໍລິເວນຮ່າໂນ້ຍ ໄດ້ດຳເນີນບັນດາລາຍການສະແດງສິລະປະດ້ວຍເນື້ອໃນຍ້ອງຍໍຊົມເຊີຍພັກ, ປະທານໂຮ່ຈິມິນ, ມູນເຊື້ອປະຕິວັດທີ່ສະຫງ່າອົງອາດຂອງກອງທັບ ແລະ ປະຊາຊົນນະຄອນຫຼວງ.