ຮ່າໂນ້ຍຈັດຕັ້ງງານວາງສະແດງຮູບພາບ“ວັນບຸນຂອງທົ່ວປວງຊົນ”

ຮ່າໂນ້ຍຈັດຕັ້ງງານວາງສະແດງຮູບພາບ“ວັນບຸນຂອງທົ່ວປວງຊົນ” - ảnh 1
ງານວາງສະແດງໄດ້ແນະນຳຮູບພາບ 200 ແຜ່ນ
(ພາບ: hanoimoi.com.vn)

 (vovworld) – ຕອນ​ບ່າຍ​ວັນ​ທີ 17/5, ຢູ່​ບໍລິ​ເວນ​ສວນ​ດອກ​ໄມ້ ລີ໋ທ໋າຍ​ໂຕ໋, ພະ​ແນ​ກວັດທະນະທຳ - ກິລາ ຮ່າ​ໂນ​້ຍ ​ໄດ້​ໄຂ​ງານ​ວາງສະ​ແດງ​ຮູບ​ພາບ “ວັນ​ບຸນ​ຂອງ​ທົ່ວ​ປວງ​ຊົນ”. ງານ​ວາງສະ​ແດງ​ໄດ້​ນຳ​ມາ​ວາງສະ​ແດງ​ຮູບ​ພາບ​, ຮູບ​ຈຳລອງເກືອບ 200 ​​​ແຜ່ນແນະນຳ​ກ່ຽວ​ກັບ​ສະ​ໄໝ​ຕ່າງໆ​ຂອງການ​ເລືອກ​ຕັ້ງ ສສຊ ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ​​ໃນ​ທົ່ວ​ປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ພາບ​ຖ່າຍ, ​ເອກະສານ​ທີ່ລຳ້​ຄ່າ​ກ່ຽວ​ກັບ​ພໍ່​ແມ່​ປະຊາຊົນ​ຊົນບັນດາ​ເຜົ່າ​ຢູ່​ເຂດ ​ວຽດ​ບັກ​ ​ໄປປະຕິບັດ​ໜ້າ​ທີ່​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5… ງານ​ວາງສະ​ແດງ​ກໍ່​ໄດ້​ແນະນຳ​ເຖິງ​ມະຫາຊົນ​ບັນດາ​ຮູບ​ພາບຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ພາລະກິດສ້າງສາ ​ແລະ ພັດທະນາ​ຂອງ​ນະຄອນຫຼວງ ຮ່າ​ໂນ້ຍ ​ແລະ ​ໄດ້ວາງສະ​ແດງ​ປື້​ມ, ໜັງສືພິມ, ​ເອກະສານ​ທີ່ລຳ້​ຄ່າ​ກ່ຽວ​ກັບ​ພັກ, ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ອຳນາດ​ການ​ປົກ​ຄອງ​ນະຄອນ ຮ່າ​ໂນ້ຍ ຢ່າງ​ຫຼວງ​ຫຼາຍ.​ ເຂົ້າ​ຮ່ວມງານ​ວາງສະ​ແດງ, ​ເພື່ອນ ​ໂຕ໋ງທິຮັ່ງ, ນັກ​ສຶກສາ​ສະ​ຖາ​ບັນ​ກະສິກຳ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “​ໃນ​ງານ​ວາງສະ​ແດງ​ນີ້​ມີ​ຫຼາຍ​ສິ່ງທີ​່ມີ​ປະ​ໂຫຍ​ດ, ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ຫຼາຍ​ກ່ວາ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ, ປະຫວັດສາດ​ຂອງ​ການ​ເລືອກ​ຕັ້ງກ່ອນນີ້ ກໍ່​ຄື​ໃຫ້​ຂ້າພະ​ເຈົ້າຮູ້​​ໄດ້ບັນ​ຍາ​ກາດ​ທີ່​ອົງ​ອາດ​ກ້າ​ຫານ​ຂອງ​ຊຸມ​ວັນ​ເດືອນ​ປີ​​ໃນ​ເມື່ອກ່ອນ​ຂອງ​ຊາດ, ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຍ້ອນ​ຕົນ​​ແມ່ນ​ຊາວ ຫວຽດນາມ. ຜ່ານງານ​ວາງສະ​ແດງ​ຄັ້ງ​ນີ້, ຂ້າພະ​ເຈົ້າ​ມີ​ສະຕິ​ກ່ວາ​ກ່ຽວ​ກັບ​ພັນທະ ກໍ່​ຄື​ສິດຜົນປະ​ໂຫຍ​ດຂອງ​ຕົນ​ເມື​່ອ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ຊອກ​ຫາ​ບັນດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ​ມີ​ຄຸນສົມບັດ, ມີຈັນ​ຍາ​ບັນ​ເພື່ອ​ຮັບ​ໃຊ້​ປະ​​ເທດ​ຊາດ.”


ຂ່າວ/ບົດ​ອື່ນ