ຮ່າໂນ້ຍຈະນຳກິດຈະກຳ ຄົມມະນາຄົມໃຫ່ຍ 4 ແຫ່ງເຂົ້າເຄື່ອນໄຫວ

 ຮ່າໂນ້ຍຈະນຳກິດຈະກຳ ຄົມມະນາຄົມໃຫ່ຍ 4 ແຫ່ງເຂົ້າເຄື່ອນໄຫວ - ảnh 1

(ພາບ: http://giaothongvantai.com.vn )

(vovworld)– ​ ​ ຕອນ​ເຊົ້າວັນ​ທີ 26/12, ຢູ່​ຮ່າ​ໂນ້ຍ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ໄດ້​ຈັດການ​ປະຊຸມ​ຂ່າວ​ປະກາດ​ແຜນການ​ເປີດ​ສະຫຼອງ ​ແລະ ນຳ​ກິດຈະກຳ ຄົມມະນາຄົມ​ໃຫ່ຍ 4 ​ແຫ່ງ​ໃນ​ບໍລິ​ເວນ​ນະຄອນ​ຮ່າ​ໂນ້ຍ​ເຂົ້າ​ເຄື່ອນ​ໄຫວ. ນັ້ນ​ແມ່ນ​ອາຄານ​ຜູ້​ໂດຍສານ T2 ທ່າ​ອາກາດ​ສະຍານ​ສາກົນ​ໂນ້ຍບ່າຍ, ຫ້ອງ​ຮັບ​ແຂກ VIP A ຢູ່​ສະໜາມ​ບິນ​ໂນ້ຍບ່າຍ, ຂົວ​ເຍິດ​ເຕີນ ​ແລະ ​ເສັ້ນທາງ​ເຊື່ອມ​ຕໍ່​ຂົວ​ເຍິດ​ເຕີນ ​ຮອດສະໜາມ​ບິນ​ໂນ້ຍບ່າຍ.

  ອາຄານ​ຜູ້​ໂດຍສານ T2 ທ່າ​ອາກາດ​ສະຍານ​ສາກົນ​ໂນ້ຍບ່າຍ ​ແມ່ນອາຄານ​ຜູ້​ໂດຍສານ​ໃຫ່ຍກ່ວາ​ໝູ່​ໃນ​ທົ່ວ​ປະ​ເທດ​ດ້ວຍ​ເນື້ອ​ທີ່​ທັງ​ໝົດ​ເກືອບ​ 140.000 m2  ດ້ວຍ​ຈຳນວນ​ເງິນ​ລົງທຶນ​ປະມານ 1 ຕື້ USD ​ແລະ ​ເມື​ອ່ນຳ​​ເຂົ້າ​ເຄື່ອນ​ໄຫວ​ຈະ​ຮັບ​ປະກັນ​ການ​ຮັບ​ໃຊ້​ໃຫ້​ຜູ້​ໂດຍສານ 30.000 ຄົນ. ທ່ານ​ຫງວຽນ​ຮົ່ງ​ເຈື່ອງ, ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງຫວຽດນາມ ​ໃຫ້​ຮູ້​ວ່າ:

   ອາຄານຜູ້ໂດຍສານ T2 ​ແມ່ນກິດຈະກຳທັນສະໄໝທີ່ສຸດຂອງບັນດາອາຄານຜູ້ໂດຍສານການບິນຢູ່ຫວຽດນາມ. ຢູ່ທີ່ນີ້ໄດ້ນຳ​​ໃຊ້ບັນດາເຄື່ອງວັດຖຸອຸປະກອນທັນສະໄໝທີ່ສຸດ. ພະນັກງານ, ພາລະກອນຮັບໃຊ້ໃນອາຄານຜູ້ໂດຍສານໄດ້ຮັບການບຳລຸງສ້າງໂດຍພື້ນຖານແລະ ມີສີມືສູງ“./.


ຂ່າວ/ບົດ​ອື່ນ