ຮ່າ​ໂນ້ຍ​ຍ​ົກ​ເລີກ​ການ​ຈຳ​ກັດ​ ບໍ​ລິ​ເວນ​ ບ້ານຮະໂລຍ, ຕາ​ແສງ ເມ​ລິງ, ເມືອງ ເມລິງ

(VOVWORLD) -ເວລາ 0 ໂມງ ຂອງວັນທີ 6 ພຶດສະພາ, ບ້ານຮະໂລຍ, ຕາແສງເມລິງ, ເມືອງ ເມລິງ, ນະຄອນຮ່າໂນ້ຍ ໄດ້ຍົກເລີກຄຳສັ່ງຈຳກັດບໍລິເວນ ພາຍຫຼັງການປະຕິບັດມາເປັນເວລາ 28 ວັນ. 
ຮ່າ​ໂນ້ຍ​ຍ​ົກ​ເລີກ​ການ​ຈຳ​ກັດ​ ບໍ​ລິ​ເວນ​ ບ້ານຮະໂລຍ, ຕາ​ແສງ ເມ​ລິງ, ເມືອງ ເມລິງ - ảnh 1

ກຳລັງທີ່ມີໜ້າທີ່ຄວາມຮັບຜິດຊອບຍົກເລີກຮົ້ວຈຳກັດບໍລິເວນບ້ານຮະໂລຍ (ພາບ: TTXVN)

ໃນຈຳນວນ ຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ13 ຄົນ ຢູ່ບ້ານ ຮະໂລຍນັ້ນ, ມາຮອດປັດຈຸບັນ ມີ 3 ຄົນໄດ້ຮັບການປະກາດປິ່ນປົວ ຫາຍດີເປັນປົກກະຕິ. ທ່ານຕະກວາງທ໊າຍ, ປະທານຄະນະກຳມະການປະຊາຊົນເມືອງເມລິງໃຫ້ຮູ້ວ່າ:

“ນັບທັງ ເວລາພາຍຫຼັງ ຍົກເລີກຄຳສັ່ງຈຳກັດບໍລິເວນພວກຂ້າພະເຈົ້າຍັງຂົນຂວາຍປະຊາຊົນ ຈຳກັດການເຄື່ອນໄຫວໄປມາອອກຈາກບ້ານ. ບໍ່ເຕົ້າໂຮມກັນຫຼາຍຄົນ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ. ພວກຂ້າພະເຈົ້າສະເໜີໃຫ້ຈັດທ້ອງຖິ່ນຢູ່ໃນກຸ່ມມີຄວາມສ່ຽງຕ່ຳ, ກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິໂດຍໄວ”

ໄລ່ຮອດ ເວລາ 6 ໂມງ ຂອງວັນທີ 6 ພຶດສະພາ, ຫວຽດນາມຍັງມີຜູ້ຕິດເຊື້ອພະຍາດ Covid – 19ທັໝົດ 271 ຄົນຄືເກົ່າ. ໃນຊຸມຊົນ ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid - 19 ໃໝ່ຕື່ມອີກໃນຮອບເວລາ 20ມື້ລຽນຕິດ ໃນນັ້ນມີ 232 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລະ ໄດ້ອອກໂຮງໝໍແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ