ຮ່າ​ໂນ້ຍ​ຕິດ​ຕັ້ງ wifi ​ຟ​ຣີ​ຢູ່​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ

(VOVWORLD) - ນັບແຕ່ເດືອນສິງຫາ 2017 ມາຮອດປັດຈຸບັນ, ຮ່າໂນ້ຍໄດ້ຜັນຂະຫຍາຍລະບົບ wifi ສາທາລະນະ ຟຣີຕາມຮູບການຫັນເປັນເອກະຊົນຄຸ້ມຄອງ ຢູ່ບາງສະຖານທີ່ຄື: ເຂດໜອງຮ່ວານກ໋ຽມ, ເຂດປູສະນີຍະສະຖານ ກຳແພງທັງລອງ…
ຮ່າ​ໂນ້ຍ​ຕິດ​ຕັ້ງ wifi ​ຟ​ຣີ​ຢູ່​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ - ảnh 1ກວດກາຄຸນນະພາບຂອງ Wifi ຢູ່ຮ່າໂນ້ຍ (ພາບ: TTXVN)

ພະແນກຖະແຫຼງຂ່າວ ແລະ ສື່ສານຮ່າໂນ້ຍ ຫາກໍ່ມີເອກະສານສົ່ງໄປຍັງບັນດາອົງການ, ໜ່ວຍງານທີ່ກ່ຽວຂ້ອງກ່ຽວກັບການຜັນຂະຫຍາຍການຕິດຕັ້ງ Wifi ສາທາລະນະ ຟຣີຢູ່ບັນດາສະຖານທີ່ທ່ອງທ່ຽວ, ທັດສະນີຍະພາບ, ປູຊະນີຍະສາຖານປະຫວັດສາດ ໃນບໍລິເວນນະຄອນ ຮ່າໂນ້ຍ. ຕາມນັ້ນແລ້ວ, ພະແນກຖະແຫຼງຂ່າວ ແລະ ສື່ສານຮ່າໂນ້ຍ ໄດ້ສະເໜີໃຫ້ບໍລິສັດໄປສະນີ ໂທລະຄົມມະນາຄົມ ຮ່າໂນ້ຍຜັນຂະຫຍາຍ ການຕິດຕັ້ງລະບົບ wifi ສາທາລະນະຟຣີຢູ່ບັນດາສະຖານທີ່ດັ່ງກ່າວ.

        ນັບແຕ່ເດືອນສິງຫາ 2017 ມາຮອດປັດຈຸບັນ, ຮ່າໂນ້ຍໄດ້ຜັນຂະຫຍາຍລະບົບ wifi ສາທາລະນະ ຟຣີຕາມຮູບການຫັນເປັນເອກະຊົນຄຸ້ມຄອງ ຢູ່ບາງສະຖານທີ່ຄື: ເຂດໜອງຮ່ວານກ໋ຽມ, ເຂດປູສະນີຍະສະຖານ ກຳແພງທັງລອງ…

ຕອບກັບ

ຂ່າວ/ບົດ​ອື່ນ