ຮ່າໂນ້ຍຜັນຂະຫຍາຍຫລາຍຮູບແບບໜູນຊ່ວຍຄົນທຸກຍາກ

ຮ່າໂນ້ຍຜັນຂະຫຍາຍຫລາຍຮູບແບບໜູນຊ່ວຍຄົນທຸກຍາກ - ảnh 1
(ພາບປະກອບ)

(vovworld) – ​ໃນ​ປີ 2015, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ ຮ່າ​ໂນ້ຍ ​ໄດ້​ໜູນ​ຊ່ວຍ​ເງິນກ່ວາ 2 ຕື້​ດົ່ງ ​​ເພື່ອ​​ຊ່ວຍ​ເຫຼື​ອ​​ຄົນ​ທຸກ​ຍາກ, ຜູ້​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ, ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​ສັງຄົມ. ປີ 2016, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຮ່າ​ໂນ້ຍ ສ້າງ​ໂດ​ງການ​ໜູນ​ຊ່ວຍ​​ຄົນ​ທຸກ​ຍາກ​ໃນ​ບໍລິ​ເວນ​ນະຄອນ ​ໂດຍ​ຜ່ານບັນດາ​ຂະ​ບວນການ​ຂົນຂວາຍ, ສະໜັບ​ສະ​ນູນປະກອບສ່ວນ ດ້ວຍ​ຫລາຍຮູບ​ແບບ, ​ໃນ​ນັ້ນ ຮ່າ​ໂນ້ຍ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ຍູ້​ແຮງ​ວຽກ​ງານ​ໂຄສະນາ, ທະວີຄູນ​ບັນດາ​ຮູບ​ແບບຢ່າງ​ມີ​ປະສິດທິ​ຜົນ, ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະກອບສ່ວນ, ໜູນ​ຊ່ວຍ​ຄົນ​ທຸກ​ຍາກ. ທ່ານ​ຮອງ​ປະທານ​ຜູ້​ປະຈຳ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ ຮ່າ​ໂນ້ຍ ຫງວຽນ​ຊວນ​ດ້ຽບ ​ໃຫ້​ຮູ້​ວ່າ: ​ເພື່ອ​ຜັນ​ຂະຫຍາຍ​​ໂຄງການ​ນີ້ຢ່າງ​ມີ​ປະສິດທິ​ຜົນ, ຄະນະ​ປະຈຳ​ການແນວ​ໂຮມ​ປະ​ເທດ​ຊາດ ​ໄດ້​ເປັນ​ປະທານ​ການ​ປຶກສາ​ຫາລືສົມທົບ​ກັບ​ບັນດາອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ ຊ່ວຍ​ເຫຼືອ​ບັນ​ດາ​ຄອບຄົວ​ໃຫ້ຫລຸດພົ້ນ​ອອກ​ຈາກຄວາມທຸກ​ຍາກຢູ່​ແຕ່​ລະ​ບ້ານ, ຕາ​ແສງ; ກວດກາ​ຄືນ ​ແລະ ທະວີຄູນ​​ຮູບ​ແບບ​ມີ​ປະສິດທິ​ຜົນຂອງ​ບັນດາອົງການ​ຈັດ​ຕັ້ງ​ມະຫາຊົນ​, ອົງການ​ສະມາຊິກ​ໃນ​ການ​ຫລຸດຜ່ອນ​ຄວາມ​ທຸກ​ຍາກ​ຢ່າ​ງໝັ້ນຄົງ.

ຂ່າວ/ບົດ​ອື່ນ