ຮ່າ​ໂນ້ຍ​ສ້າງ​ວິ​ທີ​ການຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ

(VOVWORLD) -ໃນສະເພາະໜ້າ, ນະຄອນ  ຮ່າໂນ້ຍ ຈະຕັ້ງໜ້າໂຄສະນາ, ດຶງດູດແຂກທ່ອງທ່ຽວຢູ່ບັນດາຕະຫຼາດຈຸດສຸມ, ມີຄວາມປອດໄພສູງກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດ ເຊິ່ງລວມມີ: ຕະຫຼາດບັນດາປະເທດ ເອີລົບ, ອາຊຽນ, ອິນເດຍ, ສ.ເກົາຫຼີ, ຍີ່ປຸ່ນ, ຈີນ, ອົດສະຕາລີ, ອາເມລິກາ ແລະ ການາດາ. 
ຮ່າ​ໂນ້ຍ​ສ້າງ​ວິ​ທີ​ການຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ - ảnh 1(ພາບປະກອບ: thanglong.chinhphu.vn)

ວັນທີ 7 ເມສາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ, ນະຄອນ ຮ່າໂນ້ຍ ໄດ້ສ້າງວິທີການຕ້ອນຮັບແຂກທ່ອງທ່ຽວສາກົນໃນເງື່ອນໄຂປົກກະຕິໃໝ່ຮັບປະກັນຄວາມປອດໄພ, ມີປະສິດທິຜົນ, ປະກອບສ່ວນຟື້ນຟູ ແລະ ພັດທະນາຂະແໜງທ່ອງທ່ຽວຂອງນະຄອນຫຼວງ. ຕາມນັ້ນແລ້ວ, ນະຄອນ ຮ່າໂນ້ຍ ໄດ້ສ້າງວິທີການຕ້ອນຮັບແຂກທ່ອງທ່ຽວສາກົນ ດ້ວຍ 2 ວິທີ ນັ້ນແມ່ນຜູ້ທີ່ລົງທະບຽນໄປທ່ຽວນຳບໍລິສັດ ແລະ ຜູ້ທີ່ໄປທ່ຽວແບບສ່ວນຕົວ.

        ກ່ຽວກັບຕະຫຼາດແຂກທ່ອງທ່ຽວສາກົນ, ໃນສະເພາະໜ້າ, ນະຄອນ  ຮ່າໂນ້ຍ ຈະຕັ້ງໜ້າໂຄສະນາ, ດຶງດູດແຂກທ່ອງທ່ຽວຢູ່ບັນດາຕະຫຼາດຈຸດສຸມ, ມີຄວາມປອດໄພສູງກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດ ເຊິ່ງລວມມີ: ຕະຫຼາດບັນດາປະເທດ ເອີລົບ, ອາຊຽນ, ອິນເດຍ, ສ.ເກົາຫຼີ, ຍີ່ປຸ່ນ, ຈີນ, ອົດສະຕາລີ, ອາເມລິກາ ແລະ ການາດາ. ໂດຍອີງໃສ່ສະພາບການຕົວຈິງ ແລ້ວຈະຂະຫຍາຍໄປໃສ່ຕະຫຼາດອື່ນອີກ.

        ໃນໄລຍະຈະມາເຖິງ, ຮ່າໂນ້ຍ ຈະຈັດກິດຈະກຳເຄື່ອນໄຫວ, ເຫດການ, ງານບຸນທີ່ຟົດຟື້ນມ່ວນຊື່ນ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງນະຄອນຫຼວງ ເພື່ອດຶງດູດແຂກທ່ອງທ່ຽວ.


ຕອບກັບ

ຂ່າວ/ບົດ​ອື່ນ