ຮ່າໂຮ້ຍໂຮມຊຸມນຸມມິດຕິງສະເຫຼີມສະຫຼອງວັນຄົນພິການສາກົນ 03 ທັນວາ

(VOVWORLD) -ຕອນເຊົ້າວັນທີ 01 ທັນວາ, ຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການໄດ້ສົມທົບກັບສະມາຄົມຄົນພິການນະຄອນຮ່າໂນ້ຍ ຈັດພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງວັນຄົນພິການສາກົນ 03 ທັນວາ.

ຮ່າໂຮ້ຍໂຮມຊຸມນຸມມິດຕິງສະເຫຼີມສະຫຼອງວັນຄົນພິການສາກົນ 03 ທັນວາ - ảnh 1 ພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງວັນຄົນພິການສາກົນ 03 ທັນວາ

(ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານນາງ ດ່າວຮົ່ງລານ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຮອງປະທານຄະນະກຳມະການແຫ່ງຊາດກ່ຽວກັບຄົນພິການຫວຽດນາມ, ຢືນຢັນວ່າ.

        “ມື້ນີ້, ພວກເຮົາຮ່ວມເດີນທາງພ້ອມກັບຄົນພິການ ແບ່ງປັນເພື່ອສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ລະບຸໄວ້ໃນລັດຖະທຳມະນູນ, ກົດໝາຍຂອງຄົນພິການ ກໍຄືບັນດາຄຳໝັ້ນສັນຍາເຊິ່ງຫວຽດນາມ ໄດ້ເຂົ້າຮ່ວມ, ດ້ວຍເປົ້າໝາຍເພື່ອຊ່ວຍໃຫ້ບັນດາຄົນພິການຢູ່ຫວຽດນາມ ມີຊີວິດທີ່ດີກວ່າ, ມີເງື່ອນໄຂສະດວກເພື່ອປະຕິບັດບັນດາສິດໂດຍກົດໝາຍກຳນົດ”.

ຕອບກັບ

ຂ່າວ/ບົດ​ອື່ນ