(vovworld) - ວັນທີ 25/11, ຢູ່ແຂວງ ຫວິງລອງ, ໄດ້ໄຂກອງປະຊູມສົ່ງເສີມການລົງທຶນເຂົ້າເຂດທົ່ງພຽງແມ່ນ້ຳຂອງປີ 2013, ເຊິ່ງແມ່ນການເຄື່ອນໄຫວໃນຂອບເຂດເວທີປາໄສການຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງປີ 2013 (MDEC – ຫວິງລອງ 2013). ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊູມ, ທ່ານຮອງນາຍົກລັດຖະມົນຕີທັງເປັນຫົວໜ້າຄະນະຊີ້ນຳທິດຕາເວັນຕົກພາກໃຕ້ ຫວູວັນນິງ ຢືນຢັນວ່າ ເພື່ອໃຫ້ ຫວຽດນາມ ເວົ້າລວມ ແລະ ເຂດທົ່ງພຽງແມ່ນ້ຳຂອງເວົ້າສະເພາະກາຍເປັນສະຖານທີ່ໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນ, ລັດຖະບານ ຫວຽດນາມໄດ້, ພວມ ແລະ ຈະເອົາໃສ່ເຖິງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ປະຕິຮູບການບໍລິຫານຢູ່ເຂດນີ້. ຄຽງຄູ່ກັບການປັບປຸງກົນໄກນະໂຍບາຍ, ລັດຖະບານເພີ່ມທະວີການສົນທະນາ, ລົງທຶນຢ່າງແຂງໃຫ້ພື້ນຖານໂຄງລ່າງ, ພິເສດແມ່ນຄົມມະນະຄົມ, ເດີນບິນ, ທ່າກຳປັ່ນ, ສ້າງຄວາມສະດວກກໍຄືຮັບປະກັນສິດຜົນປະໂຫຍດຊອບທຳໃຫ້ບັນດາວິສາຫະກິດ, ບັນດານັກລົງທຶນເຂົ້າເຂດທົ່ງພຽງແມ່ນ້ຳຂອງ.