ເກຼັກ ແລະ ກຸ່ມເຈົ້າໜີ້ບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຊ່ວຍກູ້
ທ່ານນາຍົກລັດຖະມົນຕີ ເກຼັກ Alexis Tsipras (ເບື່ອງຊວາ)ກ່າວຄຳເຫັນທີ່ການປຸະຊຸມຂ່າວຢູ່ Athen. (ພາບ: AFP/TTXVN)
|
(vovworld)- ການເຈລະຈາລະຫວ່າງເກຼັກ ແລະ ກຸ່ມເຈົ້າໜີ້ເມື່ອວັນທີ 14/6 ໄດ້ສິ້ນສຸດລົງ, ແຕ່ບໍ່ບັນລຸໄດ້ຂໍ້ຕົກລົງໃດໆ. ສິ່ງນີ້ກໍມີຄວາມໝາຍເຊັ່ນດຽວກັນກັບເລື່ອງເກຼັກອາດຈະຖືກຕົກເຂົ້າສູ່ສະພາບລົ້ມລະລາຍ ແລະ ປະເຊີນໜ້າກັບການຖອນອອກຈາກພາກພື້ນໃຊ້ສະກຸນເງິນເອີໂຣລວມ. ສິ່ງນີ້ ກໍເຮັດໃຫ້ເພີ່ມຄວາມວິຕົກກັງວົນຕໍ່ເລື່ອງລັດຖະບານເກຼັກ ຈະຕົກເຂົ້າສູ່ສະພາບວິກິດການການເງິນທີ່ຮ້າຍແຮງ. ການເຈລະຈາແມ່ນບໍ່ສຳເລັດຜົນຄືດັ່ງຄວາມຫວັງຍ້ອນບັນດາຝ່າຍຍັງມີຄວາມບໍ່ລົງລອຍກັນຢ່າງຫຼວງຫຼາຍຊຶ່ງກ່ຽວຂ້ອງເຖິງແຜນການຂອງອຳນາດການປົກຄອງ ອາແທນ ແລະ ບັນດາຂໍ້ສະເໜີຂອງກຸ່ມເຈົ້າໜີ້ຊຶ່ງລວມມີ IMF, EU ແລະ ECB .