ປະຊາຊົນ ເກຼັກ ເດີນຂະບວນຕໍ່ໜ້າສຳນັກງານສະພາແຫ່ງຊາດຢູ່ນະ
ຄອນຫຼວງ ອາແທນ ໃນວັນທີ 29/6
(ພາບ: AFP/TTXVN)
|
(vovworld) – ວັນທີ 2/7, ກອງທຶນເງິນຕາສາກົນ (IMF) ໃຫ້ຮູ້ວ່າ ເກຼັກຕ້ອງການຈຳນວນເງິນຢ່າງໜ້ອຍສຸດແມ່ນ 50 ຕື້ ເອີໂຣ (ເທົ່າກັບ 55,4 ຕື້ USD) ຕື່ມອີກ, ໃນນັ້ນ 36 ຕື້ ເອີໂຣ ແມ່ນຈາກບັນດາຄູ່ຮ່ວມມືເງິນທີ່ຂຶ້ນກັບສະຫະພາບ ເອີລົບ (ອີຢູ) ໃຫ້ກູ້ຢືມເພື່ອຮັກສາສະຖຽນລະພາບດ້ານການເງິນຂອງປະເທດນີ້. ໃນບົດລາຍງານໃໝ່ກ່ຽວກັບຄວາມຕ້ອງການດ້ານການເງິນຂອງ ເກຼັກ, IMF ກໍ່ຫລຸດຜ່ອນການຄາດຄະເນດ້ານເສດຖະກິດຂອງປະເທດນີ້ໃນປີນີ້ແຕ່ລະດັບ 2,5% ລົງເຫຼືອພຽງ 0%. ໃນການຄາດຄະເນຂອງອົງການນີ້. IMF ກ່າວເຕືອນວ່າ ອາແທນ ຈະຕ້ອງຕໍ່ກຳນົດເວລາໃຫ້ບັນດາບ້ວງເງິນກູ້ຢືມຈາກ ອີຢູ ແລະ ລົບລ້າງບ້ວງໜີ້ໃຫຍ່ ຖ້າຫາກເສດຖະກິດຂອງ ເກຼັກ ເຕີບໂຕຊັກຊ້າກ່ວາການຄາດຄະເນ ແລະ ບັນດາໂຄງການປະຕິຮູບດ້ານເສດຖະກິດບໍ່ສາມາດປະຕິບັດໄດ້.