ເກັຼກປະຕິເສດເລື່ອງຊອກຫາບັນດາສິ້ນສ່ວນຂອງເຮືອບິນຖືກຫາຍສາບສູນຂອງອີຢິບ

ເກັຼກປະຕິເສດເລື່ອງຊອກຫາບັນດາສິ້ນສ່ວນຂອງເຮືອບິນຖືກຫາຍສາບສູນຂອງອີຢິບ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 20/5, ທ່ານ Athanasios Binis, ຫົວໜ້າ​ອົ​ງການ​ຄວາມ​ປອດ​ໄພ​ທາງ​ການບິນ ​ເກຼັກ ​ໃຫ້​ຮູ້​ວ່າ: ສິ້ນ​ສ່ວນ​ທີ່​ຊອກ​ຫາ​ໄດ້​ໃນ​ທະ​ເລ ​ເມ​ດີ​ຕາຣາ​​ເນ, ​ໃກ້​ກັບ​ເຂດ​ທ່ີ​ໄດ້​ຮັບ​ຖື​ວ່າ​ແມ່ນ​ບ່ອນ​ເຮື​ອບິນ​ເລກໝາຍ​ MS 804 ຂອງ EgyptAir ປະສົບ​ເຄາະ​ຮ້າຍ, ບໍ່​ແມ່ນ​ສິ້ນສ່ວນຂອງ​ເຮືອບິນລຳ​ໜຶ່ງ. ວົງ​ການ​ເຈົ້າ​ໜ້າ​ທີ່ ​ເກັຼກ ​ໄດ້​ຍົກ​ອອກ​ຂໍ້​ມູນ​ຂ່າວ​ດັ່ງກ່າວ​ພາຍຫຼັງ​ທີ່​ບໍລິສັດ​ການບິນ​ແຫ່ງ​ຊາດ ອີ​ຢິບ EgyptAir ຮັບ​ຮູ້​ວ່າຊອກ​ຫາ​ໄດ້​ສິ້ນ​ສ່ວນ​ຈາກ​ເຮືອ​ບິນ​ເລກໝາຍ​ MS 804. ​ເຮືອ​ບິນ​ລຳ​ດັ່ງກ່າວ​ຖືກ​ຫາຍ​ສາບ​ສູນ​ໃນ​ວັນ​ທີ 19/5 ​ເມື່ອ​ພວມ​ເດີນທາງ​ຈາກ ປາຣີ (ປະ​ເທດ ຝຣັ່ງ) ​ໄປ​ຍັງ ກາຍ​ໂຣ (ປະ​ເທດ ອີ​ຢິບ). ​ໃນ​ເຮືອບິນ​ມີຜູ້​ໂດ​ຍສານ 56 ຄົນ ​ແລະ ຈຸ​ບິນ 10 ຄົນ.


ຂ່າວ/ບົດ​ອື່ນ