ເກຼັກຢາກລົງນາມໃນຂໍ້ຕົກລົງສຸດທ້າຍກັບບັນດາເຈົ້າໜີ້ກ່ອນວັນທີ20/08ຈະມາເຖິງ
(ພາບປະກອບ)
(vovworld) - ວັນທີ 21/07, ລັດຖະບານເກຼັກ ໃຫ້ຮູ້ວ່າ, ປະເທດນີ້ຢາກລົງນາມໃນຂໍ້ຕົກລົງສຸດທ້າຍກ່ຽວກັບໂຄງການກູ້ຊ່ວຍກັບບັນດາເຈົ້າໜີ້ ກ່ອນວັນທີ 20/08 ຈະມາເຖິງ. ຖະແຫຼງການດັ່ງກ່າວຖືກຍົກອອກມາໃນຂະນະທີ່ສະພາແຫ່ງຊາດເກຼັກ ກະກຽມປ່ອນບັດໃຫ້ຮ່າງກົດໝາຍສະບັບທີ 2 ທີ່ກ່ຽວຂ້ອງເຖິງການປະຕິຮູບຮັດເຂັ້ມຄັດ ຕາມຄຳຮຽກຮ້ອງຂອງບັນດາປະເທດຄູ່ຮ່ວມມືໃນພາກພື້ນໃຊ້ສະກຸນເງິນລວມເອີລົບ (Eurozone). ໂຄສົກລັດຖະບານເກຼັກ Olga Gerovassili ໃຫ້ຮູ້ວ່າ, ຖ້າຫາກສະພາແຫ່ງຊາດປ່ອນບັດຮັບຮອງເອົາຮ່າງກົດໝາຍສະບັບທີ 2 ນີ້, ລັດຖະບານຈະເຊື່ອມຕໍ່ບັນດາການເຈລະຈາກັບສະຫະພາບເອີລົບ (EU), ທະນາຄານສູນກາງເອີລົບ (ECB) ແລະ ກອງທຶນເງິນຕາສາກົນ (IMF) ແລະ ມັນຈະຖືກແກ່ຍາວຮອດວັນທີ 20/08. ວັນທີ 20/08 ກໍ່ແມ່ນຈຸດເວລາສຸດທ້າຍເພື່ອໃຫ້ເກຼັກ ຊຳລະບ້ວງໜີ້ສິນ 3,2 ຕື້ເອີໂລ ໃຫ້ ECB, ຫຼັງຈາກນັ້ນ, ປະເທດນີ້ຕ້ອງຊຳລະບ້ວງເງິນ 1,5 ຕື້ເອີໂລໃຫ້ IMF ໃນເດືອນ 09 ຈະມາເຖິງ.