ເກຼັກສະເໜີຕໍ່ກຳນົດເວລາສຳລັບໂຄງການໃຫ້ກູ້ຢືມເງິນຊ່ວຍບັນເທົ່າທຸກຂອງ EU


  ເກຼັກສະເໜີຕໍ່ກຳນົດເວລາສຳລັບໂຄງການໃຫ້ກູ້ຢືມເງິນຊ່ວຍບັນເທົ່າທຸກຂອງ EU - ảnh 1
ລັດ​ຖະ​ມ​ົນ​ຕີ​ການ​ເງິນ​ເກຼັກ  Yanis Varoufakis

(vovworld)- ວັນ​ທີ 19/2, ເກຼັກ ໄດ້​ສະ​ເໜີ​ສະ​ຫະ​ພາບ​ເອີ​ລົບ EU ຈົ່ງ​ຕໍ່​ກຳ​ນົດ​ເວ​ລາ​ຕື່ມ​ອີກ 6 ເດືອນ​ສຳ​ລັບ​ໂຄງ​ການ​ໃຫ້​ກູ້​ຢືມ​ເງິນ​ຊ່ວຍ​ບັນ​ເທົ່າ​ທຸກຊຶ່ງ​ຄາດ​ວ່າ​ຈະ​ໝົດ​ຜົນ​ສັກ​ສິດ​ໃນ​ວັນ​ທີ 28/2. ການ​ກະ​ທຳ​ນີ້​ຂອງ​ອາ​ແທນ​ແມ່ນ​ແນ​ໃສ່​ແກ່​ຍາວ​ເວ​ລາ​ດຳ​ເນີນ​ເຈ​ລະ​ຈາ​ກັບ​ບັນ​ດາ​ເຈົ້າ​ໜີ້ກ່ຽວ​ກັບ​ຂໍ້​ຕົກ​ລົງ​ໃຫ້​ກູ້​ຢືມ​ໃໝ່ ແລະ ຫຼີກ​ລ້ຽງ​ໄພ​ອັນ​ຕະ​ລາຍ​ຖືກ​ລົ້ມ​ລະ​ລາຍ. ປະ​ທານ​ກຸມ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ເງິນ​ເຂດ​ໃຊ້​ສະ​ກຸນ​ເງິນ​ລວມ​ເອີ​ລົບ ທ່ານ Jeroen Dijsselbloem ​ຢັ້ງ​ຢືນ​ວ່າ ໄດ້​ຮັບ​ຂໍ້​ສະ​ເໜີ້​ດັ່ງ​ກ່າວ​ຂອງ​ເກຼັກ ແລະ ໃຫ້​ຮູ້​ວ່າ ຈະ​ໂຮມ​ປະ​ຊຸມ​ວາ​ລະ​ພິ​ເສດ​ໃນ​ວັນ​ທີ 20/2 ຢູ່ບ​ຣຸກ​ແຊນ​ປະ​ເທດ​ແບນ​ຊິກ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວກ​ດັບ​ຂໍ້​ສະ​ເໜີຂ​ອງ​ອາ​ແທນ.

ຂ່າວ/ບົດ​ອື່ນ