ເກຼັກອາດຈະເລືອກຕັ້ງກ່ອນກຳນົດເວລາໃນເດືອນ09

ເກຼັກອາດຈະເລືອກຕັ້ງກ່ອນກຳນົດເວລາໃນເດືອນ09 - ảnh 1
(ພາບປະກອບ: AP)

​​(vovworld) - ວັນ​ທີ 05/08, ​​ໂຄສົກ​ລັດຖະບານ​ເກຼັກ ທ່ານ​ນາງ Olga Gerovasili, ໃຫ້​ຮູ້​ວ່າ, ​ປະ​ເທດ​ນີ້​ອາດ​ຈະ​​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ​ໃນ​ລະດູ​ໃບ​ໄມ້​ຫຼົ່ນ ຈະ​ມາ​ເຖິງ. ຕາມ​ທ່ານ​ນາງ Gerovasili ​ແລ້ວ, ​ເລື່ອງລັດຖະບານ​ເກຼັກ ອາດ​ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວລາ​ ຫຼື ບໍ່ ​ແມ່ນ​ອີງ​ໃສ່​​ສະຖຽນ​ລະ​ພາບ​ຂອງ​ລັດຖະບານ​ເກຼັກ ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 04/08, ກ່າວ​ຄຳ​​ເຫັນ​ທີ​​ແວັບ​ໄຊ​ຂ່າວສານ Realnews.gr ຂອງ​ເກຼັກ ຫົວໜ້າ​ກຸ່ມ​ຝ່າຍ​ຊ້າຍ​ຂອງ Syriza, ທ່ານ Panagiotis Lafazanis, ​ໄດ້​ຮຽກ​ຮ້ອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ພັກ​ຝ່າຍຕ່າງໆ ປະຕິ​ເສດ​ໂຄງການ​ປະຕິ​ຮູບ “ຮັດ​ເຄັ້ມຂັດ” ​ໃໝ່​ຂອງ​ທ່ານ​ນາຍົກ​ລັດຖະມົນຕີ Tsipras. ຕາມ​ຂໍ້​ສັງ​ເກດຂອງ​ບັນດາ​ນັກ​ຊ່ຽວຊານ, ​ໃນ​ສະພາບ​ການ​ຄື​ປະຈຸ​ບັນ, ທ່ານ​ນາຍົກລັດຖະມົນຕີ Tsipras ອາດຈະຮຽກຮ້ອງ​ດຳ​ເນີນ​ການ​ເລື​ອກຕັ້ງກ່ອນ​ກຳນົດ​​ເວລາ ​ໃນ​ຕົ້ນ​ເດືອນ 09.

ຂ່າວ/ບົດ​ອື່ນ