ເກຼັກຮັບດຳລົງຕຳແຫນ່ງປະທານໝູນວຽນອີຢູຢ່າງເປັນທາງການ
ເກຼັກ ຮັບດຳລົງຕຳແຫນ່ງເປັນປະທານໝູນວຽນສະຫະພາບເອີລົບ
photo:internet
|
(vovworld)- ວັນທີ 8/1, ເກຼັກ ຮັບດຳລົງຕຳແຫນ່ງເປັນປະທານໝູນວຽນສະຫະພາບເອີລົບ (ອີຢູ) ອາຍຸການ 6 ເດືອນ. ນີ້ໄດ້ຮັບຖືວ່າແມ່ນສິ່ງທ້າທາຍໃຫຍ່ສຳລັບປະເທດຫນຶ່ງທີ່ກໍ່ໃຫ້ເກີດວິກິດການຫນີ້ສິນຢູ່ ເອີລົບ ເຮັດໃຫ້ທະວີບນີ້ຕົກເຂົ້າສູ່ສະພາບຫຍຸ້ງຍາກໃນຕະຫລອດ 4 ປີຜ່ານມາ.
ກ່າວຄຳເຫັນທີ່ພິທີຮັບດຳລົງຕຳແຫນ່ງຂອງ Athens, ປະທານ ອີຢູ Herman Van Rompuy ແລະ ປະທານຄະນະກຳມະການເອີລົບ(EC) Manuel Barroso ລ້ວນແຕ່ເນັ້ນຫນັກວ່າ: ເກຼັກ ຄວນສືບຕໍ່ມານະພະຍາຍາມເພື່ອຫລຸດພົ້ນອອກຈາກວິກິດການ ແລະ ບໍ່ໄດ້ເຮັດໃຫ້ວິກິດການປະຕິຮູບຊັກຊ້າ. ປະທານ Barroso ຖືວ່າ: ດ້ວຍບັນດາຄວາມມານະພະຍາຍາມທີ່ຫນ້າປະທັບໃຈ, ປາດຖະຫນາວ່າ Athens ຈະຫລຸດພົ້ນອອກຈາກການຊຸດໂຊມໃນປີນີ້ ແລະ ບັນລຸງົບປະມານເກີນດຸນໃນເບື້ອງຕົ້ນໃຫ້ສອດຄ່ອງກັບແຜນງົບປະມານຂອງລັດຖະບານ. ໃນຂະນະນັ້ນ ປະທານ ອີຢູ Herman Van Rompuy ສະແດງຄວາມເຊື່ອໝັ້ນວ່າ ປີ 2014 ຈະເປັນປີອັນດີງາມກວ່າໃຫ້ແກ່ ເອີລົບ ແລະ ອີຢູ ຈະບັນລຸໄດ້ບັນດາຄາດໝາຍວາງອອກ. ທ່ານເນັ້ນຫນັກວ່າ: ຈຸດໝາຍລວມຂອງ ທັງເກຼັກ ດ້ວຍຖານະເປັນປະທານ ອີຢູ ເວົ້າສະເພາະ ກໍຄືຂອງ ເອີລົບ ເວົ້າລວມ ແມ່ນວຽກເຮັດງານທຳ, ການເຕີບໂຕ ແລະ ຄວາມໝັ້ນຄົງ.