ເກືອບ 8.000 ຄົນ ເຂົ້າຮ່ວມການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ
(ເກືອບ 8.000 ຄົນເຂົ້າຮ່ວມການຍ່າງ
ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ)
(vovworld) - ເກືອບ 8.000 ຄົນເຂົ້າຮ່ວມການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ເຊີ່ງໄດ້ດຳເນີນໄປໃນຕອນເຊົ້າວັນທີ 02/08, ຢູ່ສວນສາທາລະນະ ເດີມແຊນ, ນະຄອນໂຮ່ຈິມິນ, ເຫດການນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວໂດຍສະມາຄົມຜູ້ປະສົບເຄາະຮ້ານຈາກທາດພິດສີສົ້ມ/ດີໂອຊີນ ນະຄອນໂຮ່ຈິມິນ ຈັດຕັ້ງ, ເພື່ອສະເຫຼີມສະຫຼອງວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ 10/08. ກ່າວຄຳເຫັນທີ່ພິທີ, ພົນໂທ ຫງວຽນວັນຣິງ, ປະທານສະມາຄົມຜູ້ປະສົບເຄາະຮ້ານຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ເນັ້ນໜັກວ່າ, ການເຄື່ອນໄຫວນີ້ແມ່ນເພື່ອແນໃສ່ປະກອບສ່ວນຍົກສູງຄວາມຮັບຮູ້ຂອງວົງຄະນະຍາດສັງຄົມ ກ່ຽວກັບເຫດວິນາດສະກຳທາດພິດສີສົ້ມຢູ່ຫວຽດນາມ, ລະດົມກຳລັງໃຈປະຊາຊົນທຸກຊັ້ນວັນນະຮ່ວມແຮງຮ່ວມໃຈເພື່ອຫຼຸດຜ່ອນຄວາມເຈັບປວດກ່ຽວກັບທາດພິດສີສົ້ມ. ການຍ່າງຄັ້ງນີ້ແມ່ນສະແດງໃຫ້ເຫັນການສະໜັບສະໜູນຢ່າງແຮງຂອງປະຊາຊົນຫວຽດນາມ ສຳລັບການຕໍ່ສູ້ທ່ວງເອົາຄວາມຍຸຕິທຳຂອງບັນດາຜູ້ປະສົບເຄາະຮ້ານຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ, ເຊິ່ງຜູ້ຕາງໜ້າແມ່ນທ່ານນາງ ເຈີນໂຕ໋ງາ, ຊາວຫວຽດນາມອາໄສຢູ່ຝລັ່ງ ພວມຮ້ອງຟ້ອງບັນດາບໍລິສັດທາດເຄມີຂອງອາເມລິກາ ທີ່ໄດ້ຜະລິດທາດພິດເຄມີໃຫ້ກອງທັບອາເມລິກາ ນຳໃຊ້ໃນໄລຍະສົງຄາມຢູ່ຫວຽດນາມ.