ທ່ານ ເຈີ່ນແທງນາມ ຮອງລັດຖະມົນຕີກະຊວງ
ກະສິກຳແລະ ພັດທະນາຊົນນະບົດ
(ພາບ: ໂທລະພາບແທງຮ໋ວາ)
(vovworld)- ຕອນເຊົ້າ ວັນທີ 28/6, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງ ໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຈັດຕັ້ງກອງປະຊຸມປະເມີນຜົນ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍ ວຽກງານ 6 ເດືອນທ້າຍປີ. ບົດລາຍງານປະເມີນຜົນ 6 ເດືອນຕົ້ນປີ ໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ທົ່ວປະເທດ ມີ 1.965 ຕາແສງບັນລຸມາດຖານຊົນນະບົດໃໝ່, ກວມເອົາ 22% ຍອດຈຳນວນຕາແສງທົ່ວປະເທດ, ເພີ່ມຂື້ນເກືອບ 5% ເມື່ອທຽບໃສ່ທ້າຍປີ 2015; 23 ຫົວໜ່ວຍຂັ້ນເມືອງ ໄດ້ຮັບການຮັບຮອງວ່າບັນລຸມາດຖານຊົນນະບົດໃໝ່, ເພີ່ມຂື້ນອີກ 8 ເມືອງ ເມື່ອທຽບໃສ່ທ້າຍປີ 2015. ກ່ຽວກັບໜ້າທີ່ກໍ່ສ້າງຊົນນະບົດໃໝ່ ໃນໄລຍະຈະມາເຖິງ, ທ່ານ ເຈີ່ນແທງນາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ໃຫ້ຮູ້ວ່າ:
ໂດຍສືບຕໍ່ການຊຸກຍູ້, ການຊີ້ນຳ ແລະ ແນະນຳ ບັນດາທ້ອງຖິ່ນຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາຈຸດໝາຍ, ໜ້າທີ່ ແຜນການປີ 2016 ໃຫ້ເໝາະສົມກັບການກຳນົດທິດທາງປະຕິບັດໂຄງການໃນໄລຍະ 2016-2020. ທຸກຂັ້ນ, ຂະແໜງ, ທ້ອງຖິ່ນ ຄວນສຸມໃສ່ປັບປຸງບັນດາກິດຈະກຳ, ພື້ນຖານໂຄງລ່າງທີ່ຈຳເປັນ ໃນບໍລິເວນເຂດບ້ານຕາແສງ, ເປັນຕົ້ນແມ່ນສຳລັບບັນດາຕາແສງທຸກຍາກ, ຕາແສງທີປະສົບຄວາມຫຍຸ້ງຍາກເປັນພິເສດ; ຊຸກຍູ້ການພັດທະນາຕາມລະບົບມູນຄ່າ ຮັບປະກັນຄວາມປອດໄພສະບຽງອາຫານ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ມີມາດຕະການແກ້ໄຂ, ກົນໄກນະໂຍບາຍ ເທື່ອລະກ້າວ ເພື່ອປັບປຸງສະພາບແວດລ້ອມຊົນນະບົດບາດກ້າວໜຶ່ງຢ່າງຮອບດ້ານ.
ຕາມຄະນະຊີ້ນຳ, ຮອດທ້າຍປີ 2016, ຈະສູ້ຊົນ ໃຫ້ມີປະມານ 25% ຈຳນວນຕາແສງ ແລະ 30-35 ຫົວໜ່ວຍຂັ້ນເມືອງ ບັນລຸມາດຖານຊົນນະບົດໃໝ່. ປັດຈຸບັນທົ່ວປະເທດລະດົມທຶນໄດ້ປະມານ 263.000 ຕື້ດົ່ງ ຈາກແຫຼ່ງຕ່າງໆ ເພື່ອປະຕິບັດໂຄງການ, ໃນນັ້ນ, ທະນາຄານສູນກາງ ໄດ້ຈັດສັນທຶນໄດ້ກວ່າ 7.300 ຕື້ດົ່ງ.