(vovworld) - ຈຳນວນປະຊາຊົນເສຍຊີວິດຍ້ອນແດດຮ້ອນທີ່ແກ່ຍາວຢູ່ປະເທດອາຊີໃຕ້ນີ້ ສືບຕໍ່ເພີ່ມຂຶ້ນ. ຕາມຕົວເລກສະຖິຕິແລ້ວ, ສະເພາະວັນທີ 23/04, ຢູ່ລັດ Orissa ຢ່າງໜ້ອຍສຸດມີ 79 ຄົນເສຍຊີວິດຍ້ອນແດດຮ້ອນ, ໃນຂະນະນັ້ນ, ຢູ່ລັດ Telangana ມີ 49 ຄົນ, ຍົກຈຳນວນຜູ້ເສຍຊີວິດຍ້ອນແດດຮ້ອນໃນທົ່ວປະເທດອິນເດຍ ຂຶ້ນເກືອບ 300 ຄົນ. ອຸນຫະພູມຢູ່ລັດ Orissa ໄດ້ເພີ່ມຂຶ້ນສູງເຖິງ 48 ອົງສາ C. ນີ້ແມ່ນລັດທີ່ມີຈຳນວນຜູ້ເສຍຊີວິດຍ້ອນແດດຮ້ອນຫຼາຍກວ່າໝູ່ຢູ່ອິນເດຍ, ດ້ວຍຈຳນວນ 125 ຄົນ. ອຳນາດການປົກຄອງລັດໄດ້ອອກຄຳສັ່ງປິດປະຕູໂຮງຮຽນຫຼາຍແຫ່ງຢູ່ບາງເຂດ, ພ້ອມທັງຕັກເຕືອນໃຫ້ປະຊາຊົນຫຼີກລ້ຽງການສຳພັດກັບແສງແດດໃນຕອນແລງ. ແດດຮ້ອນຄັ້ງນີ້ ຄາດວ່າຈະສືບຕໍ່ແກ່ຍາວ ແລະ ອຳນາດການປົກຄອງທ້ອງຖິ່ນກໍ່ພວມຕັ້ງໜ້າກະກຽມຮັບມືກັບສະພາບຮີບດ່ວນນີ້.