ເຂດຊຸມຊົນຄວນຮ່ວມແຮງຮ່ວມໃຈກັນປະຕິບັດເປົ້າໝາຍພັດທະນາເສດຖະກິດ, ສັງຄົມ ຢ່າງມີໄຊ

(VOVWORLD) -    ຕອນເຊົ້າວັນທີ 13 ພະຈິກ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວໂຮມປະເທດຊາດຫວຽດນາມ ຄົບຮອບ 89 ປີ (18/11/1930 – 18/11/2019), ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ເຂດຊຸມຊົນ ຕາແສງ ເຈິ່ນຮຶງດ້າວ, ເມືອງຮວ່ານກ໊ຽມ, ນະຄອນຮ່າໂນ້ຍ.
ເຂດຊຸມຊົນຄວນຮ່ວມແຮງຮ່ວມໃຈກັນປະຕິບັດເປົ້າໝາຍພັດທະນາເສດຖະກິດ, ສັງຄົມ ຢ່າງມີໄຊ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຍ້ອງຍໍຊົມເຊີຍບັນດາຜົນງານ ເຊິ່ງພະນັກງານ ແລະ ປະຊາຊົນເຂດຊຸມຊົນບັນລຸໄດ້ໃນໄລຍະຜ່ານມາ (ພາບ: TTXVN)

    ທ່ານຮອງນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານ ເຊິ່ງພະນັກງານ ແລະ ປະຊາຊົນເຂດຊຸມຊົນບັນລຸໄດ້ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການປະຕິບັດຫຼັກແຫ່ງການປະພຶດຢູ່ສໍານັກງານ, ອົງການ, ສະຖານທີ່ສາທາລະນະ ປະກອບສ່ວນສ້າງປະຊາຊົນນະຄອນຫຼວງຮ່າໂນ້ຍໃຫ້ມີອະລິຍະທໍາ, ມີຄວາມສຸພາບຮຽບຮ້ອຍ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນສັງຄົມ; ສືບຕໍ່ເສີມຂະຫຍາຍມູນເຊື້ອ ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນສູ້ຊົນປະຕິບັດເປົ້າໝາຍພັດທະນາເສດຖະກິດ-ສັງຄົມຂອງນະຄອນໃຫ້ປະສົບຜົນສໍາເລັດຢ່າງມີໄຊ.

        ແລະ ກໍໃນຕອນຄໍ່າວັນທີ 13 ພະຈິກ, ທ່ານາງນຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກຄອມມູນິດ ຫວຽດນາມ ເຈືອງທິມາຍ ກໍ່ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ເຂດຊຸມຊົນ ເລກທີ 10, ຕາແສງ ຫວິງຝຸກ, ເມືອງບາດິ່ງ (ຮ່າໂນ້ຍ). ທ່ານນາງ ເຈືອງທິມາຍ ຢັ້ງຢືນວ່າ ເລື່ອງຈັດຕັ້ງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ເຂດຊຸມຊົນໄດ້ກາຍເປັນມູນເຊື້ອອັນດີງາມ ເພື່ອແນໃສ່່ເຊີດຊູບັນດາຄຸນຄ່າອັນສູງສົ່ງ, ໝັ້ນຄົງ ຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ