(vovworld) – ຕອນບ່າຍວັນທີ 08/01, ຢູ່ນະຄອນເກີນເທີ, ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ໄດ້ຈັດກອງປະຊຸມສະຫຼຸບປີ 2016 ແລະ ປຶກສາຫາລືທິດທາງ, ໜ້າທີ່ວຽກງານປີ 2017. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກພາກໃຕ້, ໄດ້ຮຽກຮ້ອງໃຫ້ເຂດຕາເວັນຕົກພາກໃຕ້ປະຕິບັດສຳເລັດການວາງແຜນຜັງເຂດໂດຍໄວຮັບມືກັບເງື່ອນໄຂປ່ຽນແປງຂອງດິນຟ້າອາກາດ ແລະ ສ້າງພື້ນຖານເສດຖະກິດຄືນໃໝ່. ຜັນຂະຫຍາຍກົດລະບຽບສົມທົບກັນໃນການເຊື່ອມຕໍ່ເຂດ, ເອົາໃຈໃສ່ເຖິງການພັດທະນາລະບົບມູນຄ່າໃຫ້ 4 ໝວດຜະລິດຕະພັນກະເສດຈຸດສຸມຂອງເຂດແມ່ນ: ກຸ້ມ, ປາຈາ, ເຂົ້າສານ ແລະ ໝາກໄມ້.
ຕາມບົດລາຍງານຂອງຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ແລ້ວ, ປີ 2016, ເສດຖະກິດສັງຄົມເຂດຕາເວັນຕົກພາກໃຕ້ ສືບຕໍ່ມີບາດກ້າວພັດທະນາ, ລະດັບເຕີບໂຕເສດຖະກິດຄາດວ່າບັນລຸ 6,9% ສູງກວ່າລະດັບສະເລ່ຍຂອງທົ່ວປະເທດ. ບາງຄາດໝາຍເສດຖະກິດເຊິ່ງສູ້ສົນປະຕິບັດໃນປີ 2017 ຂອງເຂດຕາເວັນຕົກພາກໃຕ້ ນັ້ນແມ່ນ, ລະດັບເຕີບໂຕເສດຖະກິດບັນລຸ 7,9%, ວົງເງິນສົ່ງອອກບັນລຸ 22 ຕື້ USD, ລາຍຮັບງົບປະມານບັນລຸ 75.500 ຕື້ດົ່ງ.