(vovworld) – ຕອນເຊົ້າວັນທີ 07/11, ຢູ່ແຂວງ ຊອກຈັງ, ໄດ້ດຳເນີນກອງປະຊຸມ “ມຸ່ງໄປເຖິງພື້ນຖານການຜະລິດຂຽວຢ່າງໝັ້ນຄົງ”, ການເຄື່ອນໄຫວແມ່ນນອນໃນຂອບເຂດເວທີປາໄສເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ຫວຽດນາມ 2014 (MDEC 2014). ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກເຖິງບັນຫາເຕີບໂຕຂຽວ ແລະ ການເຕີບໂຕໂດຍມະນຸດ ແລະ ເພື່ອມະນຸດ ປະກອບສ່ວນແກ້ໄຂຄວາມຕ້ອງການເຕີບໂຕຢ່າງແໝະສົມ ຕິດພັນກັບການຫຼຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງ.
ກອງປະຊຸມແມ່ນການເຈລະຈາຫຼາຍຝ່າຍ, ເພື່ອແນໃສ່ເພີ່ມການສຳພັດບັນດາການບໍລິການພື້ນຖານ ແລະ ປັບປຸງພື້ນຖານໂຄງລ່າງ, ມຸ່ງໄປເຖິງເສດຖະກິດຂຽວ. ຕາມນັ້ນແລ້ວ, ການເຕີບໂຕຂຽວຕ້ອງອີງໃສ່ການເພີ່ມທະວີການລົງທຶນ ແລະ ອະນຸລັກຮັກສາ, ພັດທະນາ ແລະ ນຳໃຊ້ບັນດາແຫຼ່ງທຶນຈາກທຳມະຊາດຢ່າງມີປະສິດທິຜົນ… ຜ່ານນັ້ນ ລະດົມການເຕີບໂຕເສດຖະກິດໃນເງື່ອນໄຂການປ່ຽນແປງຂອງດິນຟ້າອາກາດ.