ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດປີ 2022 ແມ່ນຈຸດພົ້ນເດັ່ນໃນການພົວພັນຕ່າງປະເທດຂອງ ຫວຽດນາມ

(VOVWORLD) -ບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກສະຫະປະຊາຊາດ ແລະ ປະຊາຄົມສາກົນ, ພິເສດແມ່ນຜູ້ບັນຊາການຂອງຄະນະປະຕິບັດງານ.
ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດປີ 2022 ແມ່ນຈຸດພົ້ນເດັ່ນໃນການພົວພັນຕ່າງປະເທດຂອງ ຫວຽດນາມ - ảnh 1ທ່ານພົນໂທ ຮ່ວາງຊວັນຈຽນ, ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: .qdnd.vn)

        ວັນທີ 27 ທັນວາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມໜ່ວຍປະຕິບັດງານລະຫວ່າງຂະແໜງການ, ຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການຮັກສາສັນຕິພາບຂອງສະຫະປະຊາຊາດ.

        ເລື່ອງເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດປີ 2022 ຂອງກຳລັງກອງທັບ ແລະ ຕຳຫຼວດແມ່ນຈຸດພົ້ນເດັ່ນໃນການພົວພັນຕ່າງປະເທດຂອງ ຫວຽດນາມ. ບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກສະຫະປະຊາຊາດ ແລະ ປະຊາຄົມສາກົນ, ພິເສດແມ່ນຜູ້ບັນຊາການຂອງຄະນະປະຕິບັດງານ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ິ້ນຳກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມຮັກສາສັນຕິພາບສະຫະປະຊາຊາດ, ສະເໜີວ່າ ປີ 2023, ບັນດາຫົວໜ່ວຍທີ່ກ່ຽວຂ້ອງຈົ່ງກະກຽມໂຮງໝໍກາງສະໜາມໃຫ້ເປັນຢ່າງດີ ແລະ ກອງທະຫານຊ່າງແສງກໍ່ຄືບັນດານາຍທະຫານເຄື່ອນໄຫວເອກະລາດທີ່ຜັດກັນໄປປ່ຽນແທນ. ພ້ອມທັງ, ຕ້ອງເປັນເຈົ້າການດ້ານແຫຼ່ງຊັບພະຍາກອນມະນຸດແກ້ໄຂຄວາມຫຍຸ້ງຍາກໃນການສະສົມຢຸກຢາ, ອຸປະກອນການແພດ… ໃຫ້ແກ່ບັນດາຖັນແຖວຫົວໜ່ວຍຢູ່ຄະນະປະຕິບັດງານ.

        ໄລ່ມາຮອດປະຈຸບັນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຜັນຂະຫຍາຍນາຍ ແລະ ພົນທະຫານສະເພາະກິດໄປເຮັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ 520 ເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ