ເຂົ້າຮ່ວມບັນຍາກາດວັດທະນະທຳໄຕບັກຢູ່ຫໍພິພິດທະພັນຊົນເຜົ່າວິທະຍາ ຫວຽດນາມ
(ພາບປະກອບ)
(vovworld) – ວັນທີ 04/02 ລາຍການ “ລະດູບານໃໝ່ປີລະກາ 2017 - ສີສັນວັດທະນະທຳ ເຊີນລາ” ໄດ້ໄຂຂຶ້ນຢູ່ຫໍພິພິດທະພັນຊົນເຜົ່າວິທະຍາ ຫວຽດນາມ, ດ້ວຍການເຄື່ອນໄຫວຫລາຍຢ່າງ ແນະນຳຄວາມງາມວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດ ໄຕບັກ. ລາຍການໂດຍຫໍພິພິດທະພັນຊົນເຜົ່າສາດ ຫວຽດນາມ ສົມທົບກັບພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວແຂວງ ເຊີນລາ ຈັດຕັ້ງ, ດ້ວຍບັນດາການເຄື່ອນໄຫວວັດທະນະທຳທີ່ອຸດົມສົມບຸນຄື: ສະແດງຟ້ອນແຊຂອງຊາວເຜົ່າຜູ້ໄທ, ຂັບເຕີມຕັງບູຂອງຊາວເຜົ່າກຶມມຸ, ຂັບກ້ຽວຂອງຊາວເຜົ່າຜູ້ໄທ, ມົງ, ກຶມມຸ. ນີ້ແມ່ນໂອກາດ ເພື່ອໃຫ້ແຂກທ່ອງທ່ຽວຊອກຮູ້ກ່ຽວກັບຄຸນຄ່າຂອງບາງຮູບການວັດທະນະທຳບໍ່ມີຮູບຮ່າງຂອງບັນດາປະຊາຄົມບັນດາເຜົ່າ, ພົບປະແລກປ່ຽນໂດຍກົງກັບຊາວເຜົ່າ ເພື່ອມີຄວາມເຂົ້າໃຈຕື່ມອີກກ່ຽວກັບວັດທະນະທຳອັນລ້ຳຄ່າຂອງປະຊາຄົມບັນດາເຜົ່າແຂວງ ເຊີນລາ. ເຂົ້າຮ່ວມລາຍການ ຍັງມີບັນດານັກສິລະປະທີ່ມາຈາກແຂວງ ບັກນີງ, ຫາຍເຢືອງ, ຮ່າໂນ້ຍ…